ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen
Please enter the email address for your account. A verification code will be sent to you. Once you have received the verification code, you will be able to choose a new password for your account.

ສາມັກຄີດີ ແບບແຜນດີ
ມີລະບຽບວິໄນດີ ມີຈັນຍາບັນ
ທັນສະໄໝ ໃສ່​ໃຈ​ສິ່ງ​ແວດ​ລ້ອມ

ພັດ​ທະ​ນາ ມະ​ຫາ​ວິ​ທະ​ຍາ​ໄລ ໃຫ້​ເປັນ​ສູນ​ການ​ສຶກ​ສາ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ບໍ​ລິ​ການ​ວິ​ຊາ​ການ

 

ການ​ຍົກ​ສູງ​ການ​ສຶກ​ສາ ແລະ ​ຄຸນ​ນະ​ພາບຄວາມສອດ​ຄ່ອງ ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ ແລະ ບໍ​ລິ​ການ​ວິ​ຊາ​ການ​ໃຫ້​ສອດ​ຄ່ອງ​ກັບ​ເສດ​ຖະ​ກິດ​ແຫ່ງ​ຊາດ ແລະ ສັງ​ຄົມ​ທ້ອງ​ຖີ່ນ ເລັ່ງ​ໃສ່​ດ້ານ​ກະ​ສິ​ກຳ​ເປັນຫຼັກ ສົ່ງ​ເສີມ​ຄົນ​ທຸກ​ຍາກ​ທີ່​ຫ່າງ​ໄກ​ສອກຫຼີກ ແລະ ເພດ​ຍິງ​ໃຫ້​ໄດ້​ຮັບ​ການ​ສືກ​ສາຫຼາຍ​ຂື້ນ ສົ່ງ​ເສີມ​ການ​ກິ​ລາ ອະ​ນຸ​ລັກ​ສິ​ລະ​ປະ​ວັດ​ທະ​ນະ​ທຳ ຮີດ​ຄອງ​ອັນ​ດີ​ງາມ​ຂອງ​ຊາດ ພັດ​ທະ​ນາ​ຄຸມ​ຄອງ​ຜູ້​ບໍ​ລິ​ຫານ​ໃຫ້​ມີ​ຄຸນ​ນະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ

ແຜນ​ຍຸດ​ທະ​ສາດແລະ​ປະ​ຕິ​ບັດ​ການ

ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ ແລະ ​ຄວາມສອດ​ຄ່ອງ

ການ​ຮ່ວມ​ມື

ການ​ຮ່ວມ​ມື​ ກັບ​ມະ​​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ

ທັງ​ພາຍ​ໃນ ແລະ ສາ​ກົນ

ມະ​ຫາ​ວິ​ທະ​ຍາ​ໄລ​ສີ​ຂຽວ

ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລໃຫ້​ເປັນ​ສະ​ຖາ​ບັນ​ສີ​ຂຽວ

ແລະ ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ

ມະ​ຫາວິ​ທ​ະ​ຍາ​ໄລ ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ

ສົ່ງ​ເສີມ​ຜູ້​ດ້ອຍ​ໂອ​ກາດ, ທຸກ​ຍາກ, ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ເພດ​ຍິງ​ ໃຫ້​ໄດ້​ຮັບ​ການ​ສຶກ​ສາຫຼາຍ​ຂຶ້ນ

ຂໍ້ມູນໂດຍສັງເຂບ ກ່ຽວກັບມະຫາວິທະຍາໄລ ຈຳປາສັກ

ມະຫາວິທະຍາໄລ ຈຳປາສັກ ປະກອບມີ 2 ຫ້ອງການ, 6 ຄະນະວິຊາ, 2 ສູນ ມີພະນັກງານຄູ-ອາຈານທັງໝົດ 410 ຄົນ, ຍິງ 161 ຄົນ ໃນນັ້ນລະດັບປະລິນຍາຕີ 194 ຄົນ, ຍິງ 90 ຄົນ; ລະດັບປະລິນຍາໂທ 187 ຄົນ,​ ຍິງ 62 ຄົນ; ລະດັບປະລິນຍາເອກ 22 ຄົນ, ຍິງ 6 ຄົນ

ເຊິ່ງປັດຈຸບັນມີຫຼັກສູດການຮຽນ-ການສອນທັງໝົດ 53 ຫຼັກສູດ ຈາກ 6 ຄະນະວິຊາ, ໃນນັ້ນລະບົບປະລິນຍາຕີປົກກະຕິ 35 ຫຼັກສູດ, ປະລິນຍາຕີຕໍ່ເນື່ອງ 13 ຫຼັກສູດ, ປະລິນຍາໂທ 5 ຫຼັກສູດສົກສຶກສາ 2023-2024 ມະຫາວິທະຍາໄລ ຈຳປາສັກ ຮັບນັກສຶກສາປີທີ1 ເຂົ້າຮຽນໄດ້ທັງໝົດ 969 ຄົນ, ຍິງ 403 ໃນນັ້ນ ນັກສຶກສາລະບົບປະລິນຍາຕີປົກກະຕິ 558 ຄົນ, ຍິງ 275 ຄົນ ລະບົບປະລິນຍາຕີຕໍ່ເນື່ອງ 269 ຄົນ, ຍິງ 100 ຄົນ; ນັກສຶກສາລະບົບປະລິນຍາໂທ 142 ຄົນ, ຍິງ 31 ຄົນ. ລວມນັກສຶກສາທັງໝົດພາຍໃນ ມະຫາວິທະຍາໄລ ຈຳປາສັກ 3,549 ຄົນ, ຍິງ 1,741 ຄົນ

ພ້ອມດຽວກັນນັ້ນມະຫາວິທະຍາໄລ ຈຳປາສັກ ໄດ້ມີການເຊັນສັນຍາຮ່ວມມືກັບບັນດາສະຖາບັນ, ບໍລິສັດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ທັງໝົດ: 69 ສະບັບ ໃນນີ້ແບ່ງອອກເປັນ MoU 52 ສະບັບ, MoA 16 ສະບັບ, ແລະ MoD 2 ສະບັບ ແລະ ລວມທັງສັນຍາການຮ່ວມມືສອງຝ່າຍ, ແລະ ຫຼາຍຝ່າຍຜ່ານເຄືອຂ່າຍຕ່າງໆກວມເອົາ 183 ສະຖາບັນທົ່ວໂລກ

 

 

 

 

 

 

ໂອກາດທີ່ຈະພັດທະນາຕົນເອງ ຈາກທຶນການສຶກສາ ທັງ ພາຍໃນ ແລະ ຕ່າງປະເທດ ສຳຫຼັບ ນັກສຶກສາ ແລະ ຄູອາຈານ

ພັດທະນາ ມະຫາວິທະຍາໄລ ຈໍາປາສັກ ໃຫ້ເປັນ ສູນກາງການສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ບໍລິການດ້ານວິຊາການທີ່ມີຄຸນນະພາບ, ເປັນສະຖາບັນສີຂຽວ ແລະຕິດພັນກັບສິ່ງແວດລ້ອມ ຢູ່ພາກໃຕ້ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ

 

111080700

  1. ການ​ເຄືອ​ນ​ໄຫວ​ຕ່າງໆ​ຂອງ ມ​ຈ
  2. ກິດ​ຈະ​ກຳ ມ​ຈ
  3. ຮູບ​ພາບ​ການເຄື່ອນ​ໄຫວ​ຕ່າງໆ​

Wednesday, 11 March 2026 22:20

📍 ໃນວັນທີ 4–6 ມີນາ 2026 ມະຫາວິທະຍາໄລ ຈຳປາສັກ ໃນຖານະເປັນສະຖາບັນຜູ້ປະສານງານຫຼັກຂອງໂຄງການໄດ້ຈັດກອງປະຊຸມເປີດໂຄງການ RESET ຂຶ້ນຢ່າງເປັນທາງການ. ໂຄງການ RESET...

Wednesday, 11 March 2026 21:49

ໃນວັນທີ 4 ກຸມພາ 2026 ມະຫາວິທະຍາໄລ ຈໍາປາສັກ ໄດ້ຈັດ 2 ກອງປະຊຸມເຜີຍເເຜ່ຜົນສໍາເລັດກອງປະຊຸມທົ່ວໄປຄັ້ງທີ 3 ຂອງໂຄງການ REAL ເຊິ່ງກອງປະຊຸມດັ່ງກ່າວເປັນປະທານໂດຍ ທ່ານ ປອ ນ. ພອນສະຫວັນ ເທບພະສຸລິທອນ ຜູ້ອໍານວຍການ...

Wednesday, 11 March 2026 21:22

ໂຄງການທຶນການສືກສາ LALCO ພວກເຮົາໃຫ້ການສະໜັບສະໜູນ ດ້ານການເງິນ ແກ່ນັກສຶກສາ ຈຳນວນຫຼາຍທຶນ, ທີ່ມີຄວາມສາມາດ ເພື່ອສຶກສາຕໍ່ໃນລະດັບສູງ ເພື່ອອານາຄົດທີ່ສົດໃສຍີ່ງຂື້ນ ຂ່າວດີ ໂອກາດໃໝ່ດີໆສຳລັບນັກສຶກສາມາຮອດແລ້ວ...

Wednesday, 14 August 2024 00:26

ໃນຕອນເຊົ້າຂອງວັນທີ 12/08/2024 ນີ້ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ ທ່ານໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມວຽກງານການແກ້ ໄຂບັນຫາທີ່ດິນ

Tuesday, 13 August 2024 23:46

ໃນຕອນບ່າຍຂອງວັນທີ 7/8/2024ນີ້ ຢູ່ທີ່ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ ໄດ້ຈັດໃຫ້ມີກອງະຊຸມປຶກສາຫາລືກ່ຽວກັບການປັບປຸງນິຕິກຳໃໝ່ໃນຫຼາຍໜ້າທີ່ວຽກງານເພື່ອໃຫ້ເຂົ້າສູ່ລະບົບ

Tuesday, 13 August 2024 23:24

ໃນຕອນບ່າຍຂອງວັນທີ 6/8/2024ນີ້ ທີ່ຫ້ອງປະຊຸມຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈຳປາສັກ ໄດ້ເຜີຍແຜ່ນິຕິກຳໃຫ້ແກ່ຊາວໜຸ່ມທົ່ວມະຫາວິທະຍາໄລຈຳາສັກ.ໂດຍການຮ່ວມເປັນປະທານຂອງສະຫາຍ ສາລີ ເດດມຸງຄນ ຮອງອະທິການບໍດີ

 

 

Sunday, 15 May 2022 23:16

ຄູ_ອາຈານ ແລະ ນັກສຶກສາໃນຄະນະເສດຖະສາດ ແລະການຄຸ້ມຄອງ ມະຫາວິທະຍາໄລຈຳປາສັກ ຮ່ວມກັບສູນເລືອດອົງການກາແດງແຂວງຈຳປາສັກຈັດພິທີຮັບບໍລິຈາກເລືອດດ້ວຍຄວາມສະຫມັກໃຈ

Thursday, 20 January 2022 22:14

ເຊົ້າວັນທີ4/5/2022ນີ້ຄູ_ອາຈານໃນຄະນະວິທະຍາສາດທຳມະຊາດມະຫາວິທະຍາໄລຈຳປາສັກຮ່ວມໃຈບໍລິຈາກເລືອດນຳສູນເລືອດອົງການກາແດງລາວແຂວງຈຳປາສັກ...

 

ມາ​ຮູ້​ຈ​ັກ ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ​ ໃຫ້ຫຼາຍ​ຂື້ນ :)

ເຂົ້າ​ສູ່​ລະ​ບົບ

E-Learnning

​ແຈ້ງ​ການ​ອື່ນໆ​ຂອງ ມ​ຈ

ບໍ​ລິ​ການ​ອື່ນໆຂອງ​ໂຮງ​ຮຽນ

  • ລົງ​ທະ​ບຽນ​ສອບ​ເສ​ັງ​ເອົາ​ນັກ​ສື​ກ​ສາ​ໃໝ່
  • ​​ລົງ​ທະ​ບຽນ​ນັກ​ສືກ​ສາ​ປີ2
  • ລົງ​ທະ​ບຽນ​ນັກ​ສືກ​ສາ​ຕໍ່​ເນື່ອງ

​ການຮ່ວມມື ແລະ ໂຄງການ

 

 

  ສະ​ຖິ​ຕິ​ການ​ເຂົ້າ​ເບີ່ງ​ເວັບ​ໄຊ​ທ໌

ປະ​ຫວັດ​ຄວາມ​ເປັນ​ມາ

​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ

​ຈຳ​ປາ​ສັກ

ມ​ຈ ສ້າງຕັ້ງຂຶ້ນຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 214/ນຍ,ລົງວັນທີ 28/11/2002 

ໂດຍປະຕິບັດຕາມແຜນຍຸດທະສາດການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງໃຫ້ສາມາດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະ ນາເສດຖະກິດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ສາຂາຈໍາປາສັກ ໄດ້ຮັບການ ສ້າງຕັ້ງຂຶ້ນຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 214/ນຍ, ລົງວັນທີ 28/11/2002 ແລະ ໄດ້ຮັບການປ່ຽນຊື່ເປັນ ມະຫາວິທະຍາໄລ ຈໍາປາສັກ ຕາມດຳລັດນາຍົກລັດຖະມົນຕີ ສະບັບເລກທີ 35/ນຍ, ລົງວັນທີ 05/07/2004. ຈາກນັ້ນ ຄະນະນໍາຂັ້ນຕ່າງໆພ້ອມດ້ວຍພະນັກງານ,ຄູ-ອາຈານ ໄດ້ສຸມທຸກສະຕິປັນຍາເຂົ້າໃນ ການພັດທະນາເຮັດໃຫ້ ມະຫາວິທະຍາໄລແຫ່ງນີ້ ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆມາ.

 

ການ​ຮ່ວມ​ມື​ທາງ​ດ້ານ​ວິ​ຊາ​ການ ​ລະ​ຫວ່າງມ​ະ​ຫາ​ວິ​ທະ​ຍາ​ໄລ ແລະ ອົງ​ກອນ​ຕ່າງໆ