ຍິນດີຕ້ອນຮັບ ສູ່ເວັບໄຊມະຫາວິທະຍາໄລ ຈຳປາສັກ

 Gemini Generated Image xc54lixc54lixc54

ວັນທີ 27 ສິງຫາ 2026 ມະຫາວິທະຍາໄລຈຳປາສັກ ໄດ້ໃຫ້ການຕ້ອນຮັບ ທ່ານ ສາດສະດາຈານ ນາງ Maria Cecilia Mancini, ຮອງອະທິການບໍດີຝ່າຍພົວພັນສາກົນ ຈາກມະຫາວິທະຍາໄລ Parma ປະເທດອີຕາລີ ໃນໂອກາດຈັດກອງປະຊຸມແນະນຳໂຄງການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ ພາຍໃຕ້ໂຄງການ Erasmus+ KA171 International Credit Mobility ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ.

ກິດຈະກຳດັ່ງກ່າວ ໄດ້ນຳສະເໜີໂອກາດການແລກປ່ຽນທາງວິຊາການ ສຳລັບຄູ-ອາຈານ ແລະ ນັກສຶກສາລາວ ເພື່ອໄປແລກປ່ຽນ, ສິດສອນ, ຝຶກອົບຮົມ ແລະ ສຶກສາຮຽນຮູ້ ຢູ່ມະຫາວິທະຍາໄລ Parma ປະເທດອີຕາລີ.

ໃນກອງປະຊຸມຄັ້ງນີ້ ມີຄູ-ອາຈານຈາກ 6 ຄະນະ ແລະ 2 ສູນ ເຂົ້າຮ່ວມ ເພື່ອຮັບຟັງຂໍ້ມູນ ແລະ ແລກປ່ຽນກ່ຽວກັບໂອກາດ, ເງື່ອນໄຂ ພ້ອມທັງຂັ້ນຕອນການສະໝັກ ເພື່ອເຂົ້າຮ່ວມໂຄງການແລກປ່ຽນສາກົນ.

ການຈັດກິດຈະກຳໃນຄັ້ງນີ້ ນັບເປັນອີກກ້າວໜຶ່ງທີ່ສຳຄັນໃນການສົ່ງເສີມການຮ່ວມມືທາງວິຊາການສາກົນ ພ້ອມທັງເປີດກວ້າງໂອກາດໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາ ໄດ້ພັດທະນາຄວາມຮູ້, ປະສົບການ ແລະ ທັກສະໃນລະດັບນານາຊາດ.

ມະຫາວິທະຍາໄລຈຳປາສັກ ຂໍສະແດງຄວາມຂອບໃຈຕໍ່ ສະຫະພາບເອີຣົບ, ໂຄງການ Erasmus+ ແລະ ມະຫາວິທະຍາໄລ Parma ສຳລັບການສະໜັບສະໜູນ ແລະ ການສ້າງໂອກາດດ້ານການແລກປ່ຽນທາງວິຊາການ ອັນເປັນການເສີມສ້າງ ແລະ ພັດທະນາການຮ່ວມມືສາກົນດ້ານການສຶກສາໃຫ້ນັບມື້ເຂັ້ມແຂງ.

---

Champasack University Welcomes the Vice Rector for International Relations from the University of Parma, Italy

----------++---------

On 27 August 2026, Champasack University welcomed Prof. Maria Cecilia Mancini, Vice Rector for International Relations of the University of Parma, Italy, on the occasion of a workshop introducing the Erasmus+ KA171 International Credit Mobility Programme, funded by the European Union.

The workshop presented international academic mobility and exchange opportunities for Lao lecturers and students to participate in academic exchange, teaching, training, and study activities at the University of Parma in Italy.

Lecturers and representatives from six faculties and two centres participated in the session and received information on the available opportunities, eligibility requirements, and application procedures for joining the international mobility programme.

The event represents another important step in strengthening international academic cooperation and expanding opportunities for lecturers and students to develop their knowledge, experience, and professional skills in an international environment.

Champasack University sincerely appreciates the European Union, the Erasmus+ Programme, and the University of Parma for their support in promoting international academic mobility and strengthening educational cooperation.

 

ຮູບພາບເພີ່ມເຕີມ

เมนูหลัก

ຂ່າວປະຊາສຳພັນ

วันพฤหัสบดี, 13 สิงหาคม 2569 05:04

🎓 ມະຫາວິທະຍາໄລຈຳປາສັກ ເປີດຮັບນັກສຶກສາໃໝ່ ປະຈຳສົກຮຽນ 2026–2027!

ສະຖິຕິເວັບໄຊ

00002000
Today: 19
This Week: 91
This Month: 72

ຈຳນວນຜູ້ເຂົ້ງຊົມເວັບໄຊ

มี 578 ผู้มาเยือน และ ไม่มีสมาชิกออนไลน์ ออนไลน์

ribbon top right