
ວັນທີ 27–31 ກໍລະກົດ 2026 ຄະນະໂຄງການ RESET ຈາກມະຫາວິທະຍາໄລຈຳປາສັກ ນຳໂດຍ ທ່ານ ປອ. ພອນສະຫວັນ ເທບພະສຸລິທອ ໄດ້ເຂົ້າຮ່ວມກິດຈະກຳທັດສະນະສຶກສາ ແລະ ການຝຶກອົບຮົມຄູຝຶກ (Train of Trainers) ພາຍໃຕ້ໂຄງການ RESET (Redefining Research Management Structures and Research Career Development to Accelerate Green Growth in Lao PDR) ທີ່ມະຫາວິທະຍາໄລ Freiburg, ສາທາລະນະລັດເຢຍລະມັນ.
ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກທຶນ Erasmus+ ຂອງສະຫະພາບເອີຣົບ ໂດຍມີຈຸດປະສົງເພື່ອເສີມສ້າງລະບົບການບໍລິຫານການຄົ້ນຄວ້າວິໃຈ ແລະ ພັດທະນາສາຍອາຊີບນັກຄົ້ນຄວ້າ ເພື່ອຮອງຮັບການເຕີບໂຕສີຂຽວຂອງ ສປປ ລາວ.
ການຝຶກອົບຮົມຄັ້ງນີ້ ໄດ້ຮວບຮວມຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຕົວແທນຈາກມະຫາວິທະຍາໄລຄູ່ຮ່ວມໂຄງການຈາກ ສປປ ລາວ ແລະ ສະຫະພາບເອີຣົບ ເພື່ອແລກປ່ຽນຄວາມຮູ້ ປະສົບການ ແລະ ແນວທາງປະຕິບັດທີ່ດີດ້ານການບໍລິຫານງານຄົ້ນຄວ້າວິໃຈ, ການສົ່ງເສີມນະວັດຕະກຳ ແລະ ການພັດທະນາແບບຍືນຍົງ.
ນອກຈາກນີ້ ຄະນະຜູ້ເຂົ້າຮ່ວມຍັງໄດ້ຢ້ຽມຢາມສູນພະລັງງານທົດແທນ, ສະຖາບັນ Fraunhofer ດ້ານລະບົບພະລັງງານແສງອາທິດ ແລະ Oeko-Institut ເພື່ອຮຽນຮູ້ກ່ຽວກັບແນວທາງການຄົ້ນຄວ້າວິໃຈ ແລະ ການພັດທະນາສີຂຽວຢ່າງຍືນຍົງ.
ການເຂົ້າຮ່ວມໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງບົດບາດ ແລະ ຄວາມມຸ່ງໝັ້ນຂອງມະຫາວິທະຍາໄລຈຳປາສັກ ໃນຖານະຜູ້ປະສານງານຫຼັກຂອງໂຄງການ RESET ໃນການຍົກລະດັບລະບົບບໍລິຫານການຄົ້ນຄວ້າວິໃຈ, ພັດທະນາບຸກຄະລາກອນດ້ານການຄົ້ນຄວ້າ ແລະ ສົ່ງເສີມການພັດທະນາສີຂຽວໃນ ສປປ ລາວ.
ສາມາດຕິດຕາມຂໍ້ມູນ ແລະ ກິດຈະກຳຂອງໂຄງການ RESET ໄດ້ທີ່:
https://www.resetlaopdr.eu�
Facebook: RESET Project Lao PDR
ຮູບພາບເພີ່ມເຕີມ




