ເອກອັກຄະລັດຖະທູດ EU ປະຈຳ ສປປ ລາວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ມະຫາວິທະຍາໄລຈຳປາສັກ - Champasack University

ຍິນດີຕ້ອນຮັບ ສູ່ເວັບໄຊມະຫາວິທະຍາໄລ ຈຳປາສັກ

 content demo

 

 

ໃນວັນທີ 2 ມິຖຸນາ 2026, ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ຜູ້ຕາງໜ້າສະຫະພາບເອີຣົບປະຈຳ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສູນຂໍ້ມູນຂ່າວສານ ມະຫາວິທະຍາໄລ ຈຳປາສັກ

ທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິນທອນ ຜູ້ອຳນວຍການ ມະຫາວິທະຍາໄລຈຳປາສັກ ໄດ້ໃຫ້ກຽດຕ້ອນຮັບຄະນະທູດ EU ໃນຄັ້ງນີ້.

ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ ໂດຍສະເພາະການຮ່ວມມືກັບ ມະຫາວິທະຍາໄລ ຈຳປາສັກ ທີ່ເປັນໜຶ່ງໃນມະຫາວິທະຍາໄລທີ່ໄດ້ຮັບການສະໜັບສະໜູນຫຼາຍໂຄງການຈາກ EU ໃນໄລຍະຜ່ານມາ.

ໂຄງການຫຼັກທີ່ EU ໃຫ້ການສະໜັບສະໜູນ ມະຫາວິທະຍາໄລ ຈຳປາສັກ ປະກອບມີ:

1. Micro4Asia Erasmus+ ພັດທະນາຫຼັກສູດໄມໂຄຣເຄຣເດັນ

2. EU4Lao

3. RESET

4. ໂຄງການອື່ນໆດ້ານການສຶກສາ ແລະ ຄົ້ນຄວ້າ

ສອງຝ່າຍໄດ້ປຶກສາຫາລືເຖິງແຜນການຮ່ວມມືຕໍ່ໜ້າ ເພື່ອສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ຂອງຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ຈຳປາສັກ ຜ່ານທຶນການສຶກສາ, ການແລກປ່ຽນ ແລະ ການພັດທະນາຫຼັກສູດທີ່ຕອບໂຈດຕະຫຼາດແຮງານ.

ການມາຢ້ຽມຢາມຄັ້ງນີ້ຢືນຢັນຄຳໝັ້ນສັນຍາຂອງ EU ໃນການສະໜັບສະໜູນການພັດທະນາການສຶກສາຊັ້ນສູງ ແລະ ວຽກງານວິຊາການໃນ ສປປ ລາວ ໃຫ້ມີຄຸນນະພາບ ແລະ ຍືນຍົງຍິ່ງຂຶ້ນ.

ຮູບພາບເພີ່ມເຕີມ

 

  

เมนูหลัก

ຂ່າວປະຊາສຳພັນ

วันพฤหัสบดี, 10 กันยายน 2569 04:19

ຂ່າວດີ! 🎉
King Sejong Institute ມະຫາວິທະຍາໄລຈຳປາສັກ ເປີດຮັບສະໝັກຮຽນພາສາເກົາຫຼີ ຮອບໃໝ່ແລ້ວ! ຮຽນຟຣີ 100%

วันพฤหัสบดี, 10 กันยายน 2569 04:14

🎓 ຢາກເພີ່ມທັກສະ ICT ໃຫ້ຕົນເອງ? ຫ້າມພາດ! ມະຫາວິທະຍາໄລຈຳປາສັກ ເປີດຮັບສະໝັກ 

ສະຖິຕິເວັບໄຊ

00002000
Today: 12
This Week: 123
This Month: 664

ຈຳນວນຜູ້ເຂົ້ງຊົມເວັບໄຊ

มี 768 ผู้มาเยือน และ ไม่มีสมาชิกออนไลน์ ออนไลน์

ribbon top right