
ຄູ_ອາຈານແລະນັກສຶກສາພາກວິຊາປູກຝັງຄະນະກະເສດສາດ ແລະ ປ່າໄມ້ໄດ້ຮັບການຝຶກອົບຮົມກ່ຽວກັບການສາທິດການນຳໃຊ້ໂດຣນກະສິກຳຫລືເອີ້ນວ່າ
ໂດຣນນຳໃຊ້ໃນວຽກງານກະສິກຳຈາກບໍລິສັດບັ້ງໄຟເທັກຈຳກັດ.ໂດຍໃຫ້ກຽດຮ່ວມເປັນປະທານຮ່ວມຂອງທ່ານປອ ທອງໃສ ສີຈັນ ຮັກສາການຄະນະບໍດີຄະ
ນະກະເສດສາດແລະປ່າໄມ້ມະຫາວິທະຍາໄລຈຳປາສັກ,ທ່ານສຸລິກອນ ວົງພົມຫົວໜ້າບໍລິສັດບັ້ງໄຟເທັກຈໍາກັດ,ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມມີບັນດາທ່ານ
ຄະນະຄູ_ອາຈານພາກວິຊາປູກຝັງຈຳນວນ9ທ່ານ,ມີນັກສຶກສາໃນພາກວິຊາດັ່ງກ່າວເຂົ້າຮ່ວມ30ຄົນ,ການຝຶກອົບຮົມແມ່ນໄດ້ຈັດແບບອະທິບາຍຂັ້ນຕອນການນຳ
ໃຊ້ງານ,ການດູແລຮັກສາເຄື່ອງພາຍຫລັງໃຊ້ງານແລ້ວໂດຍປະກອບມີການສາທິດປະຕິບັດວຽກງານຕົວຈິງທີ່ສະຫນາມເຊິ່ງຈັດຂື້ນທີ່ຄະນະກະເສດສາດແລະປ່າໄມ້
ມຈໃນເມື່ອວັນທີ24/5/2022ນີ້,ເຊີ່ງແມ່ນນະວັດຕະກຳໃຫມ່ທີ່ນັກສຶກສາໃນຄະນະໄດ້ຮຽນຮູ້ເພີ້ມເຕີມຂ່າວແລະພາບ:ອຈເກດແກ້ວ ຂ່າວສານຄະນະກະເສດສາດ
ແລະ ປ່າໄມ້ມະຫາວິທະຍາໄລ ຈຳປາສັກ
ນຳສະເໜີໂດຍ : ດາວວີ ປົ່ງປັນຍາ

