ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

284264856 161028583122858 4575011226816830152 n

 

ມະຫາວິທະຍາໄລຈຳປາສັກຈັດພິທີແຂ່ງຂັນກິລາເປຕັງຊິງຂັນທ່ານອະທິການບໍດີ,ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດວັນທີ1/6/2022ທີ່ຫມູນວຽນມາເຖິງ,
ທັງເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານຄູ,ອາຈານດ້ວຍກັນແລະທັງເປັນການຄັດເລືອກຕົວແທນນັກກິລາມະຫາວິທະຍາໄລຈຳປາສັກໄປ
ຮ່ວມກິດຈະກຳການແຂ່ງຂັນກິລາທີ່ທາງແຂວງຈັດຂື້ນນຳອີກ.
283988243 161028706456179 4906850124235960650 n
ເປັນກຽດເຂົ້າຮ່ວມເປັນປະທານພິທີມີທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມະຫາວິທະຍາໄລ
ຈຳປາສັກເຂົ້າຮ່ວມມີບັນດາທ່ານຄະນະບໍດີ ຮອງຄະນະບໍດີ ຄະນະວິຊາ ຫ້ອງການ ຮອງຫ້ອງການ ສູນຕ່າງໆ,ຕະຫລອດຮອດພະນັກງານຄູອາຈານລວມທັງຕົວ
ແທນທີມນັກກິລາເປຕັງໃນແຕ່ລະພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີໄດ້ມີການຈັດການຈັບສະຫຼາກແບ່ງສາຍການແຂ່ງຂັນຫຼັງຈາກນັ້ນແມ່ນຈະໄດ້ຈັດການ
ແຂ່ງຂັນຮອບສຸດທ້າຍເພື່ອຊິງເອົາຂັນທ່ານອະທິການບໍດີມຈພິທີເປີດການແຂ່ງຂັນກິລາເປຕັງຊິງຂັນທ່ານອະທິການບໍດີມຈປີ2022ຈັດຂື້ນໃນວັນທີ27/5/2022
ທີ່ເດີ່ນກິລາເປຕັງມະຫາວິທະຍາໄລຈຳປາສັກດ້ວຍບັນຍາກາດຟົດຟື້ນຮັກສາໄດ້ຄວາມສາມັກຄີຮັກແພງ.
 
283948450 161028776456172 1177374909865577317 n
 
ຂັ້ນຕອນການມອບເງີນລາງວັນແລະຂັນອະທິການບໍດີມຈໃຫ້ແກ່ທີມກິລາເປຕັງຍິງ_ຊາຍທີ່ໄດ້ຮັບລາງວັນທີ1_2_3 ຄື:
  • ຜົນການແຂ່ງຂັນກິລາເປຕັງຊາຍທີ1ແມ່ນທີມຄະນະວິທະຍາສາດ_ທຳມະຊາດ
  • ທີ2ແມ່ນທີມຄະນະກະເສດສາດແລະປ່າໄມ້,ທີ3ແມ່ນໄດ້ແກ່ທີມຫ້ອງການຈັດຕັ້ງແລະຄູ້ມຄອງພະນັກງານ
  • ສ່ວນຜົນການແຂ່ງຂັນກິລາເປຕັງຍິງທີ1ແມ່ນໄດ້ແກ່ທີມຫ້ອງການວິຊາການ,ທີ2ແມ່ນໄດ້ແກ່ທີມຄະນະສຶກສາສາດ,ທີ3ໄດ້ແກ່ທີມຫ້ອງການໆເງິນ

284265503 161182269774156 1447233181253354370 n

284550379 161182226440827 337084861323147412 n
ໃນພິທີທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມຈກໍໄດ້ໃຫ້ກຽດມອບຂັນແລະເງິນລາງວັນທີ1ໃຫ້ແກ່ທີມທີ່ຊະນະເລີດ,ຍິງ_ຊາຍ,ສ່ວນລາງວັນທິ2ທີ3ແມ່ນ
ໃຫ້ກຽດມອບໂດຍທ່ານທອງປານ ໄຊສົງຄາມ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາແລະທ່ານນາງນໍ້າເພັດ ໄຊນະເພັດດາລາກໍໄດ້ໃຫ້ກຽດມອບເງີນລາງວັນຕາມລໍາດັບ
 
click
ຂຽນຂ່າວ : ສາຍສະໝອນ ພົມມະສຸລິດ
ນຳ​ສະ​ເໜີ : ດາວ​ວີ ປົ່ງ​ປັນ​ຍາ