








ໃນຕອນເຊົ້າຂອງວັນທີ 16/7/2024ນີ້ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ ໄດ້ຈັດພິທີປະກາດພະນັກງານລັດຖະກອນອອກພັກການຮັບອຸດໜູນບຳນານຈຳນວນ 3 ທ່ານຄືທ່ານ ປອ ທອງໃສ ສີຈັນ ອະດີດຮັກສາການຄະນະກະເສດສາດ ແລະ ປ່າໄມ້, ທ່ານ ສົມໃຈ ແກ້ວປະເສີດ ອະດີດຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ,
ທ່ານ ນາງ ໄກສອນ ສີມຸງຄຸນ ອະດີດຮອງຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ຂອງ ມະຫາວິທະຍາໄລ ຈຳປາສັກ ອອກພັກການຮັບອຸດໜູນບຳນານ.
ໃນພິທີໃຫ້ກຽດເປັນປະທານ ແລະ ມອບຂໍ້ຕົກລົງພະນັກງານບໍານານ, ມອບເງີນນະໂຍບາຍຮັບອຸດໜູນບຳນານ ແລະ ຊໍ່ດອກໄມ້ ໂດຍທ່ານ ປອ ນາງ ພອນສະຫວັນ
ເທບພະສຸລິທອນ ວ່າການແທນອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ , ເຂົ້າຮ່ວມມີທ່ານຮອງອະທິການບໍດີ,ທ່ານຄະນະບໍດີ,ຮອງຄະນະບໍດີ,ທ່ານຈາກຮອງຄະນະຈັດຕັ້ງແຂວງ,ຈາກພະແນກພາຍໃນແຂວງ,ທ່ານຫົວໜ້າຫ້ອງການສູນຕ່າງໆ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມນຳດ້ວຍ.
ຂ່າວພາບ ສາຍສະໝອນ ພົມມະສຸລິດ ຂ່າວສານມຈ

