





ໃນຕອນເຊົ້າຂອງວັນທີ 11/7/2024ນີ້,ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ ທ່ານ ປອ ນາງ ພອນສະຫວັນ ເທບພະສຸລິທອນ
ວ່າການແທນອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ ໃຫ້ກຽດເປັນປະທານ ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັບ ມະຫາວິທະຍາໄລຢູຊິ ສປຈີນ
( ກອງປະຊຸມແບບອອນລາຍ,ທາງໄກ ) ລະຫວ່າງມະຫາວິທະຍາໄລຈຳປາສັກ ແລະ ມະຫາວິທະຍາໄລຢູຊິ ສປຈີນ,
ເຊິ່ງເນື້ອໃນການລົງນາມເຊັນບົດບັນທຶຶກຄັ້ງນີ້ແມ່ນ ການຮ່ວມມືທົ່ວໄປໃນກິດຈະກຳທີ່ກ່ຽວຂ້ອງທາງດ້ານການສຶກສາ ແລະ ວັດທະນະທຳຂອງ ສອງ ມະຫາວິທະຍາໄລ
ກໍຄື ສປປລາວ ແລະ ສປຈີນ ໃຫ້ໄດ້ຮັບການຮ່ວມມືໃນດ້ານການສຶກສາ,ແລກປ່ຽນທາງດ້ານວັດທະນະທຳອີກດ້ວຍ,ເປັນການສ້າງສາຍສຳພັນ, ມິດໄມຕີທີ່ດີຮ່ວມກັນສືບເນື່ອງໄປ,
ໂດຍມີທ່ານ ໃນຄະນະບໍດີ, ທ່ານຮອງຄະນະບໍດີ,ຫົວໜ້າຫ້ອງການທີ່ກ່ຽວຂ້ອງ,ສູນໄອທີ ແລະ ພະນັກງານວິຊາການເຂົ້າຮ່ວມດ້ວຍ.
ຂ່າວພາບ ສາຍສະໝອນ ພົມມະສຸລິດ ຂ່າວສານ ມຈ

