


ໃນຕອນເຊົ້າຂອງວັນທີ 4/7/2024 ທີ່ຫ້ອງປະຊຸມຄະນະນິຕິສາດແລະລັດຖະສາດ ມະຫາວິທະຍາໄລ ຈຳປາສັກ , ໄດ້ຈັດໃຫ້ມີກອງປະຊຸມສຳມະນາກ່ຽວກັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ,
ໂດຍໃຫ້ກຽດເປັນປະທານຮ່ວມກອງປະຊຸມຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ,ມີທ່ານ ປອ ນາງ ພອນສະຫວັນ ເທບພະສຸລິທອນ ວ່າການແທນອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ,
ເຂົ້າຮ່ວມມີບັນດາທ່ານໃນຄະນະນຳຈາກສູນກາງຈາກພະແນກການ,ກົມກອງ,ສະຖາບັນການສຶກສາພາຍໃນແຂວງ ແລະ ພາຍໃນມະຫາວິທະຍາໄລ ຈຳປາສັກ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

