
ມະຫາວິທະຍາໄລຈຳປາສັກຈັດພິທີແຂ່ງຂັນກິລາເປຕັງຊິງຂັນທ່ານອະທິການບໍດີ,ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດວັນທີ1/6/2022ທີ່ຫມູນວຽນມາເຖິງ,
ທັງເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານຄູ,ອາຈານດ້ວຍກັນແລະທັງເປັນການຄັດເລືອກຕົວແທນນັກກິລາມະຫາວິທະຍາໄລຈຳປາສັກໄປ
ຮ່ວມກິດຈະກຳການແຂ່ງຂັນກິລາທີ່ທາງແຂວງຈັດຂື້ນນຳອີກ.

ເປັນກຽດເຂົ້າຮ່ວມເປັນປະທານພິທີມີທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມະຫາວິທະຍາໄລ
ຈຳປາສັກເຂົ້າຮ່ວມມີບັນດາທ່ານຄະນະບໍດີ ຮອງຄະນະບໍດີ ຄະນະວິຊາ ຫ້ອງການ ຮອງຫ້ອງການ ສູນຕ່າງໆ,ຕະຫລອດຮອດພະນັກງານຄູອາຈານລວມທັງຕົວ
ແທນທີມນັກກິລາເປຕັງໃນແຕ່ລະພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີໄດ້ມີການຈັດການຈັບສະຫຼາກແບ່ງສາຍການແຂ່ງຂັນຫຼັງຈາກນັ້ນແມ່ນຈະໄດ້ຈັດການ
ແຂ່ງຂັນຮອບສຸດທ້າຍເພື່ອຊິງເອົາຂັນທ່ານອະທິການບໍດີມຈພິທີເປີດການແຂ່ງຂັນກິລາເປຕັງຊິງຂັນທ່ານອະທິການບໍດີມຈປີ2022ຈັດຂື້ນໃນວັນທີ27/5/2022
ທີ່ເດີ່ນກິລາເປຕັງມະຫາວິທະຍາໄລຈຳປາສັກດ້ວຍບັນຍາກາດຟົດຟື້ນຮັກສາໄດ້ຄວາມສາມັກຄີຮັກແພງ.

ຂັ້ນຕອນການມອບເງີນລາງວັນແລະຂັນອະທິການບໍດີມຈໃຫ້ແກ່ທີມກິລາເປຕັງຍິງ_ຊາຍທີ່ໄດ້ຮັບລາງວັນທີ1_2_3 ຄື:
- ຜົນການແຂ່ງຂັນກິລາເປຕັງຊາຍທີ1ແມ່ນທີມຄະນະວິທະຍາສາດ_ທຳມະຊາດ
- ທີ2ແມ່ນທີມຄະນະກະເສດສາດແລະປ່າໄມ້,ທີ3ແມ່ນໄດ້ແກ່ທີມຫ້ອງການຈັດຕັ້ງແລະຄູ້ມຄອງພະນັກງານ
- ສ່ວນຜົນການແຂ່ງຂັນກິລາເປຕັງຍິງທີ1ແມ່ນໄດ້ແກ່ທີມຫ້ອງການວິຊາການ,ທີ2ແມ່ນໄດ້ແກ່ທີມຄະນະສຶກສາສາດ,ທີ3ໄດ້ແກ່ທີມຫ້ອງການໆເງິນ


ໃນພິທີທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມຈກໍໄດ້ໃຫ້ກຽດມອບຂັນແລະເງິນລາງວັນທີ1ໃຫ້ແກ່ທີມທີ່ຊະນະເລີດ,ຍິງ_ຊາຍ,ສ່ວນລາງວັນທິ2ທີ3ແມ່ນ
ໃຫ້ກຽດມອບໂດຍທ່ານທອງປານ ໄຊສົງຄາມ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາແລະທ່ານນາງນໍ້າເພັດ ໄຊນະເພັດດາລາກໍໄດ້ໃຫ້ກຽດມອບເງີນລາງວັນຕາມລໍາດັບ
ຂຽນຂ່າວ : ສາຍສະໝອນ ພົມມະສຸລິດ
ນຳສະເໜີ : ດາວວີ ປົ່ງປັນຍາ


