ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 ປກຕນ1

 

ພິທີປະກາດການແຕ່ງຕັ້ງຕຳແຫນ່ງບໍລິຫານປະເພດ III ຂອງມະຫາວິທະຍາໄລຈຳປາສັກໄດ້ຈັດຂື້ນທີ່ສະໂມສອນມຈ,ໃນຕອນບ່າຍຂອງວັນທີ18/5/2022ນີ້. ໂດຍການໃຫ້ກຽດຮ່ວມເປັນປະທານໃນພິທີມີທ່ານປະດິດ ວັນນະລັດສະຫມີ ຄະນະປະຈຳພັກແຂວງ ປະທານກວດກາພັກລັດແຂວງຈຳປາສັກ,ທ່ານຮອງສາສະດາຈານ ປອ ສາຍຂອງ ສາຍນະສິນ ຫົວຫນ້າກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະ ກິລາ,ທ່ານປະລິນຍາເອກບຸນມີ ພອນສະຫວັນ ເລຂາຄະນະພັກຮາກຖານ ອະທິການບໍດີມະຫາວິທະຍາໄລຈຳປາສັກ,ມີທ່ານອູ່ນຄຳ ອວນສະຫວັນຮອງຫົວໜ້າກົມຈັດຕັ້ງແລະພະນັກງານກະຊວງສຶກສາທິການແລະກິລາ,ມີຮອງຫົວຫນ້າຄະນະຈັດຕັ້ງແຂວງຈຳປາສັກ ເຂົ້າຮ່ວມມີບັນດາທ່ານຈາກພະແນກພາຍໃນແຂວງ,ບັນດາທ່ານໃນຄະນະພັກຮາກຖານ,ຄະນະອະທິການບໍດີ,ທ່ານຄະນະບໍດີ,ຮອງຄະນະບໍດີ,ຫົວຫນ້າແລະຮອງຫ້ອງການພ້ອມດ້ວຍພະນັກງານສະມາຊິກພັກພາຍໃນມຈເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການແລະກິລາວ່າດ້ວຍການແຕ່ງຕັ້ງຕຳ ແຫນ່ງບໍລິຫານປະເພດIIIຂອງມະຫາວິທະຍາໄລຈໍາປາສັກ,ໂອກາດດຽວກັນໃນພິທີທ່ານປະລິນຍາເອກ ບຸນມີພອນສະຫວັນ ເລຂາຄະນະພັກຮາກຖານ ອະທິການບໍດີມະຫາວິທະຍາໄລຈຳປາສັກໄດ້ໃຫ້ກຽດມອບຂໍ້ຕົກລົງໃຫ້ຜູ້ຖືກແຕ່ງຕັ້ງຕາມລໍາດັບ ພ້ອມທັງໃຫ້ກຽດໂອ້ລົມຕື່ມອີກດ້ວຍ
 
                                                                                                                                                                             ຂ່າວ:ສາຍສະຫມອນ ພົມມະສຸລິດ
                                                                                                                                                                             ນຳ​ສະ​ເໜີ​ໂດຍ: ດາວ​ວີ ປົ່ງ​ປັນ​ຍາ