
ເວລາ16:00ຂອງວັນທີ16_7_2026ນີ້ມະຫາວິທະຍາໄລຈຳປາສັກໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະ4ເສົ້າເພື່ອຊິງຂັນຜູ້ອຳນວຍການ ມຈ,ເພື່ອຂຳນັບຮັບຕ້ອນ ວັນສຳຄັນຕ່າງ ໆຂອງຊາດ,ໂດຍສະເພາະຂຳນັບຮັບຕ້ອນວັນສ້າງຕັ້ງອົງ
ການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ71ປີ(20 ກໍລະກົດ1955 ຫາ 20ກໍລະກົດ2026),ວັນຄ້າຍວັນເກີດອະດີດປະທານສຸພານຸວົງຜູ້ນຳທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະວັນສຳຄັນອຶ່ນໆອີກ ,ທັງນີ້ກໍເພື່ອເຮັດໃຫ້ວັນສຳ
ຄັນດັ່ງກ່າວໃຫ້ເຕັມໄປດ້ວຍຄວາມຫມາຍສຳຄັນເລິກເຊີ່ງໆການແຂ່ງຂັນກີລາບານເຕະ4ເສົ້າຈັດຂື້ນທີ່ເດີ່ນກິລາບານເຕະຟຸດຊໍຊີເອສຊີ.ໃຫ້ກຽດເຂົ້າຮ່ວມເປັນປະທານແລະເປີດພິທີການແຂ່ງຂັນຄັ້ງນີ້ແມ່ນທ່ານສາລີ ເດດມຸງຄຸນ ຮອງຜູ້
ອຳນວຍການ ມຈ,ມີສະຫາຍນາງສຸກມະນີ ດ້ວງໂສພາ ປະທານສະຫະພັນຍິງຮາກຖານ ມຈ ພ້ອມຄະນະ ,ມີສະຫາຍຈາກອົງການຈັດຕັ້ງມະຫາຊົນອອ້ມຂ້າງ,ຄູ_ອາຈານ,ນັກກິລາແຕ່ລະທິມເຂົ້າຮ່ວມດ້ວຍການຈັດແຂ່ງຂັນກິລາດັ່ງກ່າວນີ້
ທ່ານ ສາລີ ເດດມຸງຄຸນ ປະທານຈັດພິທີການແຂ່ງຂັນໄດ້ກ່າວວ່າ:ນອກຈາກເປັນການຂຳນັບຮັບຕ້ອນ ແລະ ຊົມເຊີຍວັນສຳຄັນຕ່າງໆແລ້ວຍັງສ້າງໄດ້ເຖິງຄວາມສາມະຄີຮັກແພງລະຫວ່າງຄະນະນຳ_ພະນັກງານຄູ_ອາຈານ
ໃນສະຖາບັນ,ທັງສ້າງໃຫ້ຕົນເອງມີສຸຂະພາບທີ່ແຂງແຮງ ຕື່ມອີກ.
ຮູບພາບເພີ່ມເຕີມ




