ມະຫາວິທະຍາໄລຈຳປາສັກຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຫຼັກສູດ ໃບຢັ້ງຢືນທັກສະສະເພາະໃນດ້ານຮູບແບບດີຈີຕ້ອນພາຍໃຕ້ໂຄງການ MICRO4ASIA - Champasack University

 

ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ຕຶກສຳນັກງານຜູ້ອຳນວຍການມະຫາວິທະຍາໄລຈຳປາສັກ ໃນຕອນເຊົ້າຂອງວັນທີ 9_11_2026 ນີ້. ໂດຍໃຫ້ກຽດເປັນປະທານກອງປະຊຸມແມ່ນທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິທອນ ຜູ້ອຳນວຍການມະຫາວິທະຍາໄລຈຳປາສັກ. ທ່ານຮອງສາສະດາຈານ ດູຊານ ເມເດໂນວິກ ຜູ້ຈັດການໂຄງການ MICR4ASIA.
ເຂົ້າຮ່ວມມີບັນດາທ່ານໃນຫົວໜ້າ, ຮອງຫ້ອງການ ຫົວໜ້າ, ຮອງຄະນະວິຊາ ສູນຕ່າງໆ, ສາມາຂິກໃນທີມງານຈາກທະຫາວິທະຍາໄລມາຊາຣິກ ສາທາລະນະລັດເຊັກ (ຜູ້ປະສານງານໂຄງການ, ພະນັກງານວິຊາການທີ່ກ່ຽວຂ້ອງຈາກພະແນກການພາຍໃນແຂວງເຂົ້າຮ່ວມດ້ວຍ.
ໃນທີ່ປະຊຸມ ທ່ານ ປອ. ນາງ ພອນສະຫວັນ ເທບພະສຸລິທອນ ຜູ້ອຳນວຍການມະຫາວິທະຍາໄລຈຳປາສັກ ໄດ້ໃຫ້ກຽດກ່າວຕ້ອນຮັບແຂກທີ່ເຂົ້າຮ່ວມ, ທ່ານກ່າວວ່າ: ມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ຮ່ວມປະຊຸມປຶກສາຫາລືກັນໃນຄັ້ງນີ້ ໂດຍສະເພາະແມ່ນຈະໄດ້ຮ່ວມມືກັນໃນການສ້າງຫຼັກສູດໃບຢັ້ງຢືນທັກສະສະເພາະດ້ານຮູບແບບດີຈີຕ້ອນຮ່ວມກັບໂຄງການ, ຖືເປັນອີກບາດກ້າວໜຶ່ງອີກທີ່ສຳຄັນຈະຊ່ວຍໃຫ້ມະຫາວິທະຍາໄລຈັດການສຶກສາໃຫ້ມີຄວາມແຂງແກ່ນ ເນັ້ນການປະຕິບັດໂຕຈິງ ນຳໃຊ້ລະບົບດີຈີຕ້ອນ ຕອບສະໜອງຕໍ່ຄວາມຕ້ອງການຂອງສັງຄົມ.
ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ສະເໜີຄວາມຄິດເຫັນແລກປ່ຽນກັນແບບກົງໄປກົງມາຕື່ມອີກ.

 

ຮູບພາບເພີ່ມເຕີມ

เมนูหลัก

ຂ່າວປະຊາສຳພັນ

วันพฤหัสบดี, 10 กันยายน 2569 04:19

ຂ່າວດີ! 🎉
King Sejong Institute ມະຫາວິທະຍາໄລຈຳປາສັກ ເປີດຮັບສະໝັກຮຽນພາສາເກົາຫຼີ ຮອບໃໝ່ແລ້ວ! ຮຽນຟຣີ 100%

วันพฤหัสบดี, 10 กันยายน 2569 04:14

🎓 ຢາກເພີ່ມທັກສະ ICT ໃຫ້ຕົນເອງ? ຫ້າມພາດ! ມະຫາວິທະຍາໄລຈຳປາສັກ ເປີດຮັບສະໝັກ 

ສະຖິຕິເວັບໄຊ

00002000
Today: 19
This Week: 43
This Month: 452

ຈຳນວນຜູ້ເຂົ້ງຊົມເວັບໄຊ

มี 497 ผู้มาเยือน และ ไม่มีสมาชิกออนไลน์ ออนไลน์

ribbon top right