ທີ່ຕັ້ງ | ຫ້ອງເບີ 2 ຊັ້ນ 4 ຕຶກສຳນັກງານ ອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ |
ຫົວໜ້າຫ້ອງການ | ທ່ານ ສົມໃຈ ແກ້ວປະເສີດ |
ຕິດຕໍ່ພົວພັນ | 020 96991629 |
ທີ່ຕັ້ງ ແລະ ພາລະບາດ
ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ຂຽນຫຍໍ້ "ຈຕ" ເປັນກົງຈັກບໍລິຫານ, ມີພາລະບົດບາດ ແລະ ເປັນເສນາທິການໃຫ້ແກ່ ອະທິການບໍດີ ດ້ານວຽກງານຄຸ້ມຄອງບໍລິຫານສັງລວມ, ເປັນຈຸດໃຈກາງໃນການປະສານງານກັບບັນດາຄະນະວິຊາ, ຫ້ອງການ, ການຈັດຕັ້ງຕ່າງໆ ຢູ່ມະຫາວິທະຍາໄລ ຈ ຳປາສັກ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ປະກອບມີ 3 ພະແນກຄື:
ພັນທະກິດ ຍົກສູງຄຸນນະພາບການສຶກສາ ແລະ ຄວາມສອດຄ່ອງ. ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໃຫ້ ສອດຄ່ອງຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ທ້ອງຖິ່ນໃນແຕ່ລະໄລຍະ. ສົ່ງເສີມຜູ້ດ້ອຍໂອກາດ, ທຸກຍາກ, ເຂດຫ່າງໄກສອກຫຼີກ ເເລະ ເພດຍິງ ໃຫ້ໄດ້ຮັບການສຶກສາຫຼາຍຂຶ້ນ. ພັດທະນາລະບົບການຄຸ້ມຄອງບໍລິຫານໃຫ້ມີຄຸນນະພາບ. ເ ພີ່ ມທະວີການຮ່ວມມືດ້ານວິຊາການ ທັງພາຍໃນ ແລະ ຕ່າງປະເທດ. ສ້າງໃຫ້ເປັນສະຖາບັນສີຂຽວ ແລະ ຕິດພັນກັບສິ່ງແວດລ້ອມ.
Write comment (0 Comments)ວິໃສທັດ ພັດທະນາ ມະຫາວິທະຍາໄລ ຈໍາປາສັກ ໃຫ້ເປັນ ສູນກາງການສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ບໍລິການດ້ານວິຊາການທີ່ມີຄຸນນະພາບ, ເປັນສະຖາບັນສີຂຽວ ແລະຕິດພັນກັບສິ່ງແວດລ້ອມ ຢູ່ພາກໃຕ້ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ.
Write comment (0 Comments)
ໂຮງຮ່າງການຈັດຕັ້ງ
ຄຳເຫັນຂອງທ່ານ ອະທິການບໍດີ
ມະຫາວິທະຍາໄລ ຈໍາປາສັກ ຢຶດຫມັ້ນໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແນໃສ່ສ້າງບຸກຄະລາກອນໃຫ້ເປັນພົນລະເມືອງດີຂອງຊາດ, ເປັນເຈົ້າ ຕົນເອງ, ປະກອບດ້ວຍຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກຽມ ພ້ອມປະ ກອບສ່ວນພັດທະນາສັງຄົມດ້ວຍກໍາລັງແຮງແຫ່ງຄວາມສາມັກຄີເປັນນໍ້າຫນຶ່ງໃຈ ດຽວ ຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາ. ໂດຍ ສົມທົບ ແຫນ້ນກັບ ການ ຮ່ວມ ມື ແລະ ສະຫນັບສະຫນູນຈາກສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ພວກ ຂ້າພະ ເຈົ້າຈະສູ້ຊົນພັດທະນາມະຫາວິທະຍາໄລແຫ່ງນີ້ ໃຫ້ກາຍ ເປັນສູນກາງ ການ ສຶກສາ ຢູ່ພາກໃຕ້ ສປປລາວ, ອະນຸພາກພື້ນ ແລະ ສາກົນ, ເອົາໃຈ ໃສ່ການ ຄົ້ນຄວ້າທົດລ ອງທາງດ້ານວິທະຍາສາດ, ການໃຫ້ບໍລິການດ້ານວິຊາການ ແກ່ສັງຄົມ, ອະນຸລັກ ຮີດຄອງປະເພນີອັນດີງາມຂອງຊາດ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດ ແລະ ທ້ອງຖິ່ນໃຫ້ຍືນຍົງ.
Write comment (0 Comments)