ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 

 ທີ່​ຕັ້ງ  ​ໃນເຂດ​ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ
 ​ຫົວ​ໜ້າ​ສູນ​ຂໍ້​ມູນ-ຂ່າວ​ສານ  ​ທ່ານ ປອ ສຸກ​ສັນ ວິ​ລະ​ວົງ
 ​ຕິດ​ຕໍ່​ພົວ​ພັນ

 IMG 8982 2

ພາ​ລະ​ບົດ​ບາດ

ສູນເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ຂຽນຫຍໍ້: “ສຕ.ຂສ” ເປັນກົງຈັກວິຊາການຢູ່ໃນໂຄງປະກອບການ ຈັດຕັ້ງຂອງ ມະຫາວິທະຍາໄລ ຈຳປາສັກ, ເຊິ່ງຢູ່ພາຍໃຕ້ການຊີ້ນໍາຂອງ ອະທິການບໍດີ ມີພາລະບົດບາດຈັດຕັ້ງການຮຽນ - ການສອນດ້ານວິຊາການຄອມພິວເຕີ,​ ເປັນ​ສູນລວມດ້ານການບໍລິການ ການຄົ້ນຄວ້າ​ຂໍ້​ມູນ​ຂ່າວສານ​ທາງ​ອິນ​ເຕີ​ເນັດ, ຄຸ້ມຄອງລະບົບ​ເຄືອ​ຂ່າຍ,  ເປັນ​ສູນ​ລວມຖານ​ຂໍ້​ມູນ​ ຂອງ ມະຫາວິທະຍາໄລ ຈໍາປາສັກ. ບູລະນະຮັກສາອາຄານສະຖານທີ່, ວັດຖຸອຸປະກອນ, ບໍລິການຢືມ -​ ສົ່ງ​ປຶ້ມຕຳລາຮຽນ, ວາລະສານ, ໃຫ້ແກ່ພະນັກງານ, ຄູ - ອາຈານ ແລະ ນັກສຶກສາ ເພື່ອນຳ​ໃຊ້​ເຂົ້າ​ໃນ ການຮຽນ - ການສອນ ແລະ ການຄົ້ນຄວ້າວິທະຍາສາດ ຕາມແຜນພັດທະນາ, ​ການວາງແຜນນະໂຍບາຍ ​ແລະ ແຜນຍຸດທະສາດ ຂອງມະຫາວິທະຍາໄລ ຈຳປາສັກ.

ໜ້າ​ທີ່

   ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມີໜ້າທີ່ດັ່ງນີ້:

  • ສຶກສາອົບຮົມດ້ານການເມືອງແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍຕ່າງໆ ໃຫ້ແກ່ພະນັກ ງານ ພາຍໃນສູນໃຫ້ເປັນພົນລະເມືອງດີຂອງຊາດ.
  • ຮັບຜິດຊອບສັງລວມ, ກວດກາ, ປະເມີນຜົນ, ສະຫຼຸບ ແລະ ລາຍງານໃຫ້ການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງຊາບເປັນແຕ່ໄລຍະ.
  • ຊຸກຍູ້ສົ່ງເສີມການພັດທະນາບຸກຄະລະກອນ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານໄອທີ.
  • ສ້າງລະບົບຕາໜ່າງເຄືອຂ່າຍລະຫວ່າງສູນຂໍ້ມູນຂ່າວສານ ກັບຫ້ອງສະໝຸດ ຂອງຄະນະວິຊາ ແລະ ອື່ນໆ.
  • ໃຫ້ເປັນສູນລວມການຄຸ້ມຄອງ ແລະ ການບໍລິຫານລະບົບເຄືອຂ່າຍ ພາຍໃນມະຫາວິທະຍາໄລ ຈຳປາສັກ.
  • ເປັນແຫຼ່ງລວບລວມປຶ້ມຕຳລາຮຽນ, ເອກະສານ, ບົດວິທະຍານິພົນ, ວາລະສານ ເພື່ອສຶກສາຄົ້ນຄວ້າ ເຂົ້າໃນວຽກງານການຮຽນ - ການສອນ ຂອງພະນັກງານ, ຄູ - ອາຈານ ແລະ ນັກຮຽນນັກສຶກສາ ທັງພາຍໃນ ແລະ ພາຍນອກ.

ຂອບ​ເຂດ​ສິດ

   ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມີສິດດັ່ງນີ້:

  • ສະ​ເໜີ​ແຜນ ​ແລະ ​ໂຄງການ​ກ່ຽວ​ກັບ​ການ​ພັດທະນາ​ທາງດ້ານ​ວິຊາ​ການ​ຂອງ​ສູນ​.
  • ຄຸ້ມຄອງພະນັກງານ, ຄົ້ນຄວ້ານຳສະເໜີການບັນຈຸລັດຖະກອນເຂົ້າໃໝ່ໃຫ້ອະທິການບໍດີພິຈາລະນາ
  • ສະ​ເໜີ​ລະບຽບ, ​ອອກ​ຂໍ້​ກໍານົດ​ໃນ​ການນໍາ​ໃຊ້​ຫ້ອງ​ຄອມພິວ​ເຕີ, ຫ້ອງ​ອ່ານ, ງົບປະມານ, ການປະຕິບັດນະໂຍບາຍຕ່າງໆ ແລະ ລາຍງານວຽກງານຕ່າງໆ ເປັນໄລຍະ.
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.

ໂຄງປະກອບກົງຈັກ

      ສູນເຕັກໂນໂລຊີຂໍ້ມູນຂ່າວສານ ປະກອບ ມີ 3 ພະແນກຄື:

ພະ​ແນ​ກຂໍ້​ມູນ​ຂ່າວສານ.

  • ໜ່ວຍງານພັດທະນາ​ຊອບ​ແວ ​ແລະ ພັດທະນາ​ເວັ​ບ​ໄຊ.
  • ໜ່ວຍງານສ້ອມແປງ, ສິ່ງພິມແລະ ຄອມພີເຕີ.
  • ໜ່ວຍງານຄຸ້ມຄອງລະບົບເຄືອຂ່າຍ ແລະ ບໍລິການ.
  • ໜ່ວຍງານພັດທະນາ ປຶ້​ມຕຳລາການຮຽນ - ການສອນ.

ພະ​ແນກ​ຫໍ​ສະ​ໝຸດ

  • ໜ່ວຍງານວາລະສານ ແລະ ໜັງສືພິມ.
  • ໜ່ວຍງານບໍລິການ​.
  • ໜ່ວຍງານຖານຂໍ້ມູນ - ບັດລາຍການ.
  • ໜ່ວຍງານຜະລິດ ແລະ ສ້ອມແປງປຶ້ມ.

ພະ​ແນກ​ບໍ​ລິ​ຫານ

  • ໜ່ວຍງານບໍລິຫານຫ້ອງການ.
  • ໜ່ວຍງານເລຂານຸການ.
  • ໜ່ວຍງານຄຸ້ມຄອງພະນັກງານ

ໂຄງປະກອບບຸກຄະລາກອນ.

ສູນເຕັກໂນໂລຊີຂໍ້ມູນຂ່າວສານປະກອບມີ: ຫົວໜ້າສູນ, ຮອງຫົວໜ້າສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການຈຳນວນໜຶ່ງ.

Comments powered by CComment