ວິໄສທັດ
ມຸ້ງໝັ້ນພັດທະນາຄູໃຫ້ເປັນແຫຼ່ງສະໜອງບຸກຄະລາກອນທາງການສຶກສາທີ່ມີຄຸນນະພາບຕິດພັນກັບ 3 ລັກສະນະ 5 ຫຼັກມູນການສຶກສາ.
ຄວາມເປັນມາ
ຄະນະສຶກສາສາດໄດ້ຮັບການສ້າງຕັ້ງຂຶ້ນໃນສົກຮຽນ 2002-2003 ເພື່ອກໍ່ສ້າງບຸກຄະລາກອນຄູມັດທະຍົມຕອນປາຍອອກຮັບໃຊ້ສັງຄົມ.ໃນເບື້ອງຕົ້ນປະກອບມີສອງພາກວິຊາຄື: ພາກວິຊາຄະນິດສາດ ແລະ ພາກວິຊາພາສາລາວ-ວັນນະຄະດີ. ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ດັ່ງນັ້ນ, ມາຮອດສົກຮຽນ 2005-2006 ຈຶ່ງໄດ້ຂະຍາຍພາກວິຊາຂຶ້ນຕື່ມອີກ 1 ພາກວິຊາ ຄື: ພາກວິຊາ ພາສາອັງກິດ.
ຄະນະສຶກສາສາດ ໄດ້ຈັດຕັ້ງການຮຽນ-ການສອນຢູ່ໃນ 2 ຫຼັກສູດຄື: ພາກປົກກະຕິນຳໃຊ້ຫຼັກສູດການຮຽນ-ການສອນລະບົບ 2+3, ພາກພິເສດນຳໃຊ້ຫຼັກສູດການຮຽນ-ການສອນ ລະບົບ 0+5 ແລະ ມາຮອດ-¦ö¡»¼ 2011- 2012 ໄດ້ນຳໃຊ້ຫຼັກສູດການຮຽນ-ການສອນ 0 + 4 ¯ó. ມາຮອດສົກຮຽນ 2016-2017 ແມ່ນໄດ້ ນຳໃຊ້ຫຼັກສູດ 12+4 ຂອງກົມສ້າງຄູ ທີ່ສາມາດສອນໄດ້ແຕ່ ມໍ1 ຫາ ມໍ 7 ແລະ ໄດ້ຂະຫຍາຍສາຂາວິຊາຮຽນຕື່ມອີກ 3 ສາຂາວິຊາຮຽນຄື: ພາສາອັງກິດທົ່ວໄປ, ຄູຊີວະສາດ ແລະ ຄູຟິຊິກສາດ. ເຊິ່ງໃນແຕ່ລະສົກຮຽນແມ່ນໄດ້ສົ່ງນັກສຶກສາລົງປະສົບການ ແລະ ຝຶກຫັດວິຊາຊີບຄູຕາມໂຮງຮຽນແຫຼ່ງຕ່າງໆໃນທົ່ວແຂວງ ຈຳປາສັກ ເຊິ່ງໃນໄລຍະຜ່ານມາ ສາມາດສົ່ງນັກສຶກສາລົງຝຶກງານທັງໝົດ 14 ຮຸ່ນ.
ຄະນະສຶກສາສາດຍັງໄດ້ເປີດຫຼັກສູດຕໍ່ເນື່ອງພາສາອັງກິດ, ຄະນິດສາດ, ແລະ ພາສາລາວ-ວັນນະຄະດີພາກປົກະຕິນຳອີກ ແລະ ຍັງໄດ້ເປີດຫຼັກສູດການຮຽນ-ການສອນພາສາຫວຽດນາມ ໃຫ້ແກ່ພະນັກນັກງານ, ຄູອາຈານ ແລະ ນັກສຶກສາ ໃນຫຼັກສູດ ລະບົບ 9 ເດືອນ ແລະ ລະບົບ 6 ເດືອນທີ່ກະກຽມສຶກສາຕໍ່ທີ່ ສສ ຫວຽດນາມ ແລະ ເປີດຫຼັກສູດການຮຽນ-ການສອນພາສາລາວໃຫ້ແກ່ນັກສຶກສາຫວຽດນາມ ແລະ ກຳປູເຈຍ.
ນອກຈາກນັ້ນ, ພະນັກງານ-ຄູອາຈານຍັງໄດ້ເຂົ້າຮ່ວມກອງປະຊຸມຕ່າງໆເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານວິຊາການ ທັງພາຍໃນ ແລະ ຕ່າງປະເທດນຳອີກ.
- ເປົ້າໝາຍ ຍຸດທະສາດ ແລະ ແຜນພັດທະນາ
ເປົ້າໝາຍ ເພື່ອແນໃສ່ສ້າງໃຫ້ນັກສຶກສາ:
- ມີຄວາມພ້ອມໃນຄວາມເປັນຄູແບບມືອາຊີບ, ມີວິໄສທັດທີ່ກວ້າງໄກ ແລະ ມີຈັນຍາບັນທາງດ້ານວິຊາຊີບຄູ; ສອດຄ່ອງກັບ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ.
- ມີຄວາມຮູ້ຄວາມສາມາດທາງດ້ານວິຊາຊີບຄູ; ສາມາດສອນ ແລະຜັນຂະຍາຍໄດ້ຢ່າງປະສິດຕິພາບ; ໂດຍສະເພາະແມ່ນ ຊັ້ນມັດທະຍົມສຶກສາ ສະໜອງຄວາມຮູ້ຄວາມສາມາດຕາມພາລະບົດບາດທາງດ້ານວິຊາການ.
- ມີຫຼັກໝັ້ນທັດສະນະຄະຕິດີ, ມີຄຸນສົມບັດ, ມີອຸດົມຄະຕິແບບຜູ້ນຳ, ມີທັດສະນະພື້ນຖານທາງດ້ານວິຊາການຄູອັນກ້ວາງຂວາງເພື່ອນຳໃຊ້ຄວາມຮູ້ປະກອບສ່ວນເຂົ້າໃນພາລະກິດຂອງການສຶກສາໂດຍສະເພາະແມ່ນນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການ ສິດສອນໃນລະດັບມັດທະຍົມສຶກສາໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ.
- ມີຄວາມເຂົ້າໃຈຢ່າງເລິກເຊິ່ງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອສາມາດອອກຮັບໃຊ້ສັງຄົມ ທັງພາກລັດ ແລະ ເອກະຊົນ ໃຫ້ທັນກັບສະຖານະການໃນປະຈຸບັນ.
- ມີຄວາມຮູ້ຄວາມສາມາດ ນຳໄປຈັດຕັ້ງປະຕິບັດການຄົ້ນຄວ້າວິໄຈໃນລະດັບສູງກວ່າໄດ້.
ແຜນພັດທະນາ:
- ສ້າງບຸກຄະລາກອນໃຫ້ເປັນພົນລະເມືອງດີຂອງຊາດ,ມີອຸດົມການສັງຄົມນິຍົມ,ເປັນເຈົ້າຕົນເອງ,ປະກອບດ້ວຍຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກຽມພ້ອມປະກອບສ່ວນພັດທະນາສັງຄົມ.
- ດຳເນີນ ແລະ ສົ່ງເສີມການຄົ້ນຄວ້າດ້ານວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ.
- ສະໜັບສະໜູນ ແລະ ອະນຸລັກຮັກສາວັດທະນະê¿, ຮີດຄອງປະເພນີອັນດີງາມຂອງບັນດາຊົນຊາດຊົນເຜົ່າໃຫ້ໝັ້ນຄົງ.
- ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.
ຍຸດທະສາດ
ເພື່ອເຮັດໃຫ້ບັນລຸ
- ຍົກລະດັບຄວາມສາມາດຂອງພະນັກງານ, ຄູ-ອາຈານ ທາງດ້ານວິຊາສະເພາະ, ດ້ານການບໍລິ ຫານ ແລະ ການຄຸ້ມຄອງວຽກງານ ໃຫ້ເຂົ້າສູ່ມາດຕະຖານ, ມີທັດສະນະຫຼັກໝັ້ນ ແລະ ມີຄຸນສົມ ບັດສິນທຳປະຕິວັດ.
2. ພັດທະນາຫຼັກສູດຮຽນການ-ການສອນໃຫ້ໄດ້ມາດຕະຖານ, ສອດຄ່ອງກັບສະພາບການພັດທະ ນາເສດຖະ ກິດ-ສັງຄົມ ແລະ ເຊື່ອມໂຍງກັບສາກົນໃນແຕ່ລະໄລຍະ.
3. ສົ່ງເສີມການຄົ້ນຄວ້າທົດລອງດ້ານວິທະຍາສາດທຳມະຊາດ ແລະ ສັງຄົມ.
4. ສ້າງ ແລະ ພັດທະນາລະບົບປະກັນຄຸນນະພາບດ້ານບໍລິຫານ ແລະ ວິຊາການ (QA) ໃຫ້ມີຄຸນນະພາບດີຂຶ້ນ.
5. ຂະຫຍາຍການພົວພັນຮ່ວມມືກັບຂະແໜງການ ແລະ ສະຖາບັນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ກວ້າງ ຂວາງ ແລະ ໜັກແໜ້ນ.
6. ສ້າງຂະບວນການເຄື່ອນໄຫວກິດຈະກຳໃຫ້ສອດຄ່ອງຕາມ 5 ຫຼັກມູນຂອງການສຶກສາ. ອະນຸລັກ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
- ພາກວິຊາ ແລະ ສາຂາຮຽນ
ມາຮອດປະຈຸບັນ ສົກສຶກສາ 2020 – 2021 ຄະນະສຶກສາສາດໄດ້ດຳເນີນການຮຽນ - ການສອນ ປະກອບດ້ວຍ 4 ພາກວິຊາ ຄື: ພາກວິຊາຄູພາສາອັງກິດ, ພາກວິຊາຄູວິທະຍາສາດທໍາມະຊາດ, ພາກວິຊາພາສາຫວຽດນາມ ແລະ ພາກວິຊາຄູພາສາລາວ-ວັນນະຄະດີ. ປະກອບມີ 11 ສາຂາວິຊາລະດັບປະລິນຍາຕີ ແລະ 1 ສາຂາປະລິນຍາໂທຄື:
ລະດັບປະລິນຍາຕີ:
- ສາຂາວິຊາຄູຄະນິດສາດ
- ສາຂາວິຊາຄູພາສາລາວ - ວັນນະຄະດີ
- ສາຂາວິຊາຄູພາສາອັງກິດ
- ພາສາອັງກິດທົ່ວໄປ
- ພາສາລາວທົ່ວໄປ
- 6. ຕໍ່ເນື່ອງພາສາລາວ
- ຕໍ່ເນື່ອງຄະນິດສາດ
- ຕໍ່ເນື່ອງພາສາອັງກິດ
- ສາຂາວິຊາຄູຟີຊິກສາດ
- 10. ສາຂາວິຊາຄູຊີວະສາດ
- 11. ສາຂາພາສາວຽດນາມ
ລະດັບປະລິນຍາໂທ:
- ສາຂາວິຊາວິທະຍາສາດການສຶກສາ
- ວຽກງານພົວພັນ ແລະ ຮ່ວມມືສາກົນ
ຄະນະສຶກສາໄດ້ຮັບການຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການຈາກໂຄງການ ELI (English Language Institute) ເຊິ່ງມີອາສາສະໝັກຕ່າງປະເທດມາສອນຊ່ວຍໃນພາກວິຊາພາສາອັງກິດໃນແຕ່ລະສົກຮຽນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການຈາກໂຄງການ ABV (Australia Business Volunteers) ເພື່ອຂໍອາສາສະໝັກຕ່າງປະເທດມາເຝິກອົບຮົມພາສາອັງກິດໃຫ້ແກ່ພະນັກງານຄູ - ອາຈານ ພາສາອັງກິດ ແລະພະນັກງານໃນທົ່ວມະຫາວິທະຍາໄລ ຈຳປາສັກນຳອີກ.
- ຊ່່ອງທາງການຕິດຕໍ່ຄະນະສຶກສາສາດ:
ເບີໂທຕິດຕໍ່ (85630) 030 9555352
Facebook (ຄະນະສຶກສາສາດ ມະຫາວິທະຍາໄລ ຈຳປາສັກ)
Email:
- ໂຄງຮ່າງການຈັດຕັ້ງຄະນະສຶກສາສາດ
ແຜນໂຄງຮ່າງການຈັດຕັ້ງຟື້ນຖານ
- ຮັກສາການຄະນະບໍດີ 1 ທ່ານ
- ຮອງຄະນະບໍດີ: 1 ທ່ານ (ຝ່າຍວິຊາການ)
- ຮັກສາການຮອງຄະນະບໍດີ (ຝ່າຍບໍລິຫານ)
ຄະນະສຶກສາສາດປະກອບມີ 4 ພາກວິຊາ, 4 ພະແນກ
ພາກວິຊາ:
1. ພາກວິຊາຄູພາສາລາວ-ວັນນະຄະດີ.
2. ພາກວິຊາຄູຄະນິດສາດ.
3. ພາກວິຊາຄູພາສາອັງກິດ.
4. ພາກວິຊາຄູພາສາຫວຽດ
4 ພະແນກ
1. ພະແນກວິຊາການ
2. ພະແນກບໍລິຫານ-ສັງລວມ
3. ພະແນກຄຸ້ມຄອງນັກສຶກສາ
4. ພະແນກຄົ້ນຄ້ວາວີທະຍາສາດ ແລະ ບໍລິການວິຊາການ