ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 DSC0369

 

 ທີ່​ຕັ້ງ  ​ທີ່ ​ມະ​ຫາ​ວິ​ທະຍາ​ໄລ ຈຳ​ປາ​ສັກ
 ​ຄະ​ນະ​ບໍ​ດີ  ທ່ານ ປອ. ທອງໃສ ສີຈັນ (ເປັນຜູ້ຮັກສາການ)
 ​ຕິດ​ຕໍ່​ພົວ​ພັນ
  •  ຕູ້ໄປ​ສະ​ນີ: 81

 

ວິໄສທັດ
ສ້າງ​ຄະນະ​ກະ​ເສດ​ສາດ ​ແລະ ປ່າ​ໄມ້ ​ໃຫ້​ກາຍ​ເປັນ​ສູນ​ກາງ​ທາງ​ດ້ານ​ການ​ສືກສາ, ການ​ຄົ້ນ​ຄວ້າ​ທົດ​ລອງ​ວິ​ທະຍາ​ສາດ, ການ​ບໍລິການ​ທາງ​ດ້ານ​ວິຊາ​ການ​ແກ່ສັງຄົມ ​ແລະ ການ​ຮ່ວມ​ມື​ທາງ​ດ້ານ​ວິຊາ​ການຢູ່​ໃນ​ອານຸພາກ​ພື້ນ ​ແລະ ສາກົນ.

ທີ່ຕັ້ງ ແລະ ພາລະບົດບາດ
ຄະນະ​ກະ​ເສດ​ສາດ ​ແລະປ່າ​ໄມ້, ຂຽນຊື່ຫຍໍ້​ວ່າ: “ຄກປ” ​ແມ່ນ​ຄະນະ​ວິຊາໜື່ງດ້ານ​ວິຊາ​ການ​ຂອງ​ມະຫາວິທະຍາ​ໄລຈຳປາ​ສັກມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່ອະທິການ​ບໍດີ ​ໃນ​ການຈັດ​ຕັ້ງ​ການ​ຮຽນ - ການ​ສອນ ​ເພື່ອ​ກໍ່ສ້າງ​ນັກວິຊາການ, ນັກ​ຄົ້ນ​ຄວ້າ ​ແລະ ນັກວິທະຍາສາດ ​ແລະ ​ໃຫ້ການ​ບໍລິການ​ທາງ​ດ້ານ​ວິຊາ​ການ​ແກ່​ສັງຄົມ.

ເປົ້າໝາຍ ຍຸດທະສາດ ແລະ ແຜນພັດທະນາ
ແຜນພັດທະນາຂອງຄະນະກະເສດສາດ ແລະ ປ່າໄມ້ໃນ 10 ປີຕໍ່່ໜ້າ (2020-2030) ມີລາຍລະອຽດດັ່ງນີ້:

# ແຜນຂະຫຍາຍ:

- ສ້າງຫຼັກສູດປະລິນຍາໂທ ດ້ານວິທະຍາສາດສັດ 1 ຫຼັກສູດ ແລະ ຫຼັກສູດ ນາໆຊາດ 1 ອາທິດ ຈໍານວນ 3 ຫຼັກສູດ

-ແຕ່ປີ 2020 ຮອດ 2025 ຄກປ ຈະຂະຫຍາຍພາກວິຊາຕື່ມອີກ 2 ພາກວິຊາ ຄື: 1. ພາກວິຊາປ່າໄມ້ ແລະ ສິ່ງແວດລ້ອມ, 2. ພາກວິຊາເທັກໂນໂລຢີອາຫານ

-ຮອດປີ 2030 ຈະຂະຫຍາຍເພີ່ມ 1 ຄະນະວິຊາຄື ຄະນະປ່າໄມ້ ແລະ ສິ່ງແວດລ້ອມ ໂດຍປະກອບມີ 2 ພາກວິຊາຄື: ພາກວິຊາປ່າໄມ້ ແລະ ພາກວິຊາ ສິ່ງແວດລ້ອມ

# ແຜນພັດທະນາພື້ນຖານໂຄງລ່າງ

ດ້ານເນື້ອທີ່
+ ປັດຈຸບັນການແບ່ງຂອບເຂດເນື້ອທີ່ຂອງຄະນະກະເສດສາດ ແລະ ປ່າໄມ້ ຍັງບໍ່ທັນຊັດເຈນ

+ ແຜນຄວາມຕ້ອງການເນື້ອທີ່ໃຫມ່ທັງຫມົດສໍາລັບ 2 ຄະນະວິຊາແມ່ນ 452 ເຮັກຕາ, ເຊິ່ງແຍກການນໍາໃຊ້ ໃນແຕ່ລະດ້ານດັ່ງລຸ່ມນີ້:

- ນໍາໃຊ້ເຂົ້າໃນດ້ານປູກຝັງ 120 ເຮັກຕາ (ໃນນີ້ປະກອບມີເນື້ອທີ່ສໍາລັບປູກພືດອຸດສາຫະກໍາ 50 ເຮັກຕາ, ປູກພືດສວນ 30 ເຮັກຕາ, ພືດທັນຍາຫານ 40 ເຮັກຕາ)

- ນໍາໃຊ້ເຂົ້າໃນດ້ານລ້ຽງສັດ 180 ເຮັກຕາ ໃນນີ້ປະກອບມີເນື້ອທີ່ສໍາລັບເຮັດຄອກແບ້, ຄອກງົວ ແລະ ທົ່ງຫຍ້າ 50 ເຮັກຕາ, ເນື້ອທີ່ສໍາລັບຜະລິດອາຫານສັດ ຄື: ມັນຕົ້ນ 50 ເຮັກຕາ, ກວ້ຍ 10 ເຮັກຕາ, ອ້ອຍ 10 ເຮັກຕາ, ຖົ່ວເຫຼືອງ 10 ເຮັກຕາ, ສາລີອາຫານສັດ 10 ເຮັກຕາ, ເນື້ອທີ່ສໍາລັບປະມົງນ້ໍາຈືດ 30 ເຮັກຕາ, ເນື້ອທີ່ ສໍາລັບສັດຕະວະແພດ 10 ເຮັກຕາ)

- ນໍາໃຊ້ເຂົ້າໃນດ້ານປ່າໄມ້ ແລະ ສິ່ງແວດລ້ອມ 102 ເຮັກຕາ (ໃນນີ້ປະກອບມີ ເນື້ອທີ່ປູກປ່າ ປະສົມ 80 ເຮັກຕາ, ເນື້ອທີ່ສວນກ້າ 2 ເຮັກຕາ, ເນື້ອທີ່ ສະຖານນີຂີ້ເຫຍື້ອ, ເກັບ ແລະ ລີໄຊເຄິນ 20 ເຮັກຕາ)

- ສະຫນາມກິລາ ແລະ ທີ່ຕັ້ງອາຄານ 50 ເຮັກຕາ

ດ້ານອາຄານ
☞ ໃນສົກຮຽນ 2019-2020 ນີ້, ອາຄານຮຽນຂອງຄະນະກະເສດສາດ ແລະ ປ່າໄມ້ ແມ່ນມີທັງຫມົດ 3 ຫຼັງ ເປັນອາຄານ 2 ຊັ້ນ ມີຈໍານວນຫ້ອງສໍາລັບຈັດການຮຽນ-ການສອນ ທັງຫມົດ 20 ຫ້ອງ (ຫ້ອງຮຽນລວມ 2 ຫ້ອງ) ເຊິ່ງມີພຽງພໍສໍາລັບສົກຮຽນນີ້.

☞ ແຜນຄວາມຕ້ອງການອາຄານເພີ່ມ ຈໍານວນ 7 ຫຼັງ ຄື:

-ອາຄານສໍາລັບຫ້ອງການ 2 ຫຼັງ ຊື່ງປະກອບມີຫ້ອງການສໍາລັບເຮັດວຽກຂອງພະນັກງານ 18 ຫ້ອງ (ຄະນະບໍດີ ແລະ ຮອງ 6 ຫ້ອງ, ພາກວິຊາ 4 ຫ້ອງ ແລະ ພະແນກຕ່າງໆ 8 ຫ້ອງ)

-ອາຄານສໍາລັບຫ້ອງຮຽນ 2 ຫຼັງ ປະກອບມີ 40 ຫ້ອງ

- ຫ້ອງຮຽນ 30 ຫ້ອງ

- ຫໍສະຫມຸດ 2 ຫ້ອງ

- ສະໂມສອນ ຫຼື ຫ້ອງປະຊຸມໃຫຍ່ 2 ຫ້ອງ

- ຫ້ອງສໍາລັບເຮັດພາກປະຕິບັດ 6 ຫ້ອງ

ອາຄານຫໍພັກສໍາລັບຄູ 1 ຫຼັງ

ພາກວິຊາ ແລະ ສາຂາຮຽນໃນປັດຈຸບັນ
ຄະນະກະເສດສາດ ແລະ ປ່າໄມ້ ມີ 2 ພາກວິຊາ ຄື: ພາກວິຊາປູກຝັງ ແລະ ພາກວິຊາລ້ຽງສັດ, ໃນສົກຮຽນ 2020-2021 ຄະນະກະເສດສາດ ແລະ ປ່າໄມ້ ໄດ້ເປີດຫຼັກສູດການຮຽນ-ການສອນ ທັງໝົດ 9 ຫຼັກສູດ, ພາກວິຊາປູກຝັງມີ 6 ຫຼັກສູດ ແລະ ພາກວິຊາລ້ຽງສັດມີ 3 ຫຼັກສູດ ດັ່ງລາຍລະອຽດລຸ່ມນີ້:

ພາກວິຊາປູກຝັງ
ຫຼັກສູດລະດັບປະລິນຍາຕີ
ສາຂາປູກຝັງ ລະບົບປົກກະຕິ
ສາຂາຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ ລະບົບປົກກະຕິ
ສາຂາເທັກໂນໂລຢີການອາຫານ ລະບົບປົກກະຕິ
ສາຂາປູກຝັງລະບົບຕໍ່ເນື່ອງ (ເສົາ - ອາທິດ)
ສາຂາວິຊາວິທະຍາສາດການປ່າໄມ້ ລະບົບຕໍ່ເນື່ອງ (ເສົາ - ອາທິດ)
ຫຼັກສູດລະດັບປະລິນຍາໂທ
ສາຂາກະສິກຳແບບຍືນຍົງ
ພາກວິຊາລ້ຽງສັດ
ຫຼັກສູດລະດັບປະລິນຍາຕີ
ສາຂາລ້ຽງສັດ ລະບົບປົກກະຕິ
ສາຂາສັດຕະວະແພດ ລະບົບປົກກະຕິ
ສາຂາລ້ຽງສັດ ລະບົບຕໍ່ເນື່ອງ (ເສົາ - ອາທິດ)
ດ້ານຫຼັກສູດການຮຽນ-ການສອນ
ຫຼັກສູດປະລິນຍາຕີສາຂາປູກຝັງ
ໄລຍະຮຽນ 4 ປີ ມີຈໍານວນໜ່ວຍກິດລວມທັງໝົດ 133 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 18 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 39 ໜ່ວຍກິດ, ໝວດວິຊາສະເພາະ 74 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 2 ໜ່ວຍກິດ.

ຫຼັກສູດປະລິນຍາຕີສາຂາລ້ຽງສັດ
ໄລຍະຮຽນ 4 ປີ ມີຈໍານວນໜ່ວຍກິດລວມທັງໝົດ 130 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 18 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 39 ໜ່ວຍກິດ, ໝວດວິຊາສະເພາະ 71 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 2 ໜ່ວຍກິດ.

ຫຼັກສູດປະລິນຍາຕີສາຂາເທັກໂນໂລຢີການອາຫານ
ໄລຍະຮຽນ 4 ປີ ມີຈໍານວນໜ່ວຍກິດລວມທັງໝົດ 130 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 34 ໜ່ວຍກິດ, ໝວດວິຊາສະເພາະ 73 ໜ່ວຍກິດ ແລະ ໝວດວິຊາເລືອກ

ເສລີ 3 ໜ່ວຍກິດ.

ຫຼັກສູດປະລິນຍາຕີສາຂາຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ
ໄລຍະຮຽນ 4 ປີ ມີຈໍານວນໜ່ວຍກິດລວມທັງໝົດ 138 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 26 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 37 ໜ່ວຍກິດ, ໝວດວິຊາສະເພາະ 73 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 2 ໜ່ວຍກິດ.

ຫຼັກສູດປະລິນຍາຕີສາຂາສັດຕະວະແພດ
ໄລຍະຮຽນ 5 ປີ ມີຈໍານວນໜ່ວຍກິດລວມທັງໝົດ 166 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 47 ໜ່ວຍກິດ, ໝວດວິຊາສະເພາະ 96 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 3 ໜ່ວຍກິດ.

ຫຼັກສູດຕໍ່ເນື່ອງປະລິນຍາຕີສາຂາວິທະຍາສາດການປ່າໄມ້
ໄລຍະຮຽນ 2 ປີ ມີຈໍານວນໜ່ວຍກິດລວມທັງໝົດ 61 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 7 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 19 ໜ່ວຍກິດ, ໝວດວິຊາສະເພາະ 33 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 2 ໜ່ວຍກິດ.

ຫຼັກສູດຕໍ່ເນື່ອງປະລິນຍາຕີສາຂາປູກຝັງ
ໄລຍະຮຽນ 2 ປີ ມີຈໍານວນໜ່ວຍກິດລວມທັງໝົດ 61 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 6 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 18 ໜ່ວຍກິດ, ໝວດວິຊາສະເພາະ 35 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 2 ໜ່ວຍກິດ.

ຫຼັກສູດຕໍ່ເນື່ອງປະລິນຍາຕີສາຂາລ້ຽງສັດ
ໄລຍະຮຽນ 2 ປີ ມີຈໍານວນໜ່ວຍກິດລວມທັງໝົດ 61 ໜ່ວຍກິດ, ປະກອບດ້ວຍໝວດວິຊາຄວາມຮູ້ທົ່ວໄປ 6 ໜ່ວຍກິດ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ 18 ໜ່ວຍກິດ, ໝວດວິຊາສະເພາະ 35 ໜ່ວຍກິດ ແລະ ໝວດວິຊາເລືອກເສລີ 2 ໜ່ວຍກິດ.

ຫຼັກສູດປະລິນຍາໂທ ສາຂາກະສິກຳແບບຍືນຍົງ
ໄລຍະຮຽນ 2 ປີ ມີຈໍານວນໜ່ວຍກິດລວມທັງໝົດ 47 ໜ່ວຍກິດ.

ທີ່ປຶກສາ ແລະ ການຮ່ວມມືສາກົນ
ໃນໄລຍະຜ່ານມາຄະນະກະເສດສາດ ແລະ ປ່າໄມ້ໄດ້ມີການຮ່ວມມືກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດດັ່ງນີ້:

ມະຫາວິທະຍາໄລກະເສດສາດ (ປະເທດໄທ)
ມະຫາວິທະຍາໄລອຸບົນລາດຊະທານີ (ປະເທດໄທ)
ມະຫາວິທະຍາໄລລາດຊະພັດເທບສະຕີ (ປະເທດໄທ)
ມະຫາວິທະຍາໄລຂອນແກ່ນ (ປະເທດໄທ)
ມະຫາວິທະຍາໄລเເທັກໂນໂລຍີສຸຣະນາຣີ (ປະເທດໄທ)
ມູນນິທິໄຊພັດທະນາ (ປະເທດໄທ)
ໂຄງການຊີດາເມຄານ (sida MEKARN)
ສະຖາບັນວິໄຈກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI)
ມະຫາວິທະຍາໄລທອດໂທຣິ (Tottori ) ປະເທດຍີ່ປຸ່ນ
ມະຫາວິທະຍາໄລກຽວໂຕ (Kyoto) ປະເທດຍີ່ປຸ່ນ
ມະຫາວິທະຍາໄລ ຄັນໂທ (canto) ປະເທດຫວຽດນາມ
ມະຫາວິທະຍາໄລ Tay Nguyen ປະເທດຫວຽດນາມ
ມະຫາວິທະຍາໄລ Nong Lam ປະເທດຫວຽດນາມ
ມະຫາວິທະຍາໄລ Nha Trang ປະເທດຫວຽດນາມ

ໂຄງຮ່າງການຈັດຕັ້ງ/ບຸກຄະລາກອນ
ຄະນະກະເສດສາດ ແລະ ປ່າໄມ້ (ຄກປ), ແມ່ນໜື່ງໃນບັນດາ 6 ຄະນະວິຊາທີ່ຂື້ນກັບ ມະຫາວິທະຍາໄລ ຈຳປາສັກ ໂດຍປະກອບດ້ວຍຄະນະບໍດີ 1 ທ່ານ, ຮອງຄະນະບໍດີ 2 ທ່ານ, ພ້ອມນີ້ປະກອບມີ 4 ພະແນກ (ພະແນກບໍລິຫານ, ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພະແນກຄຸ້ມຄອງນັກສືກ​ສາ ແລະ ພະແນກວິຊາການ), ມີ 2 ພາກວິຊາ (ປູກຝັງ ແລະ ລ້ຽງສັດ) ແລະ 3 ສູນທີ່ຂື້ນ​ກັບ (ສູນທົດລອງກະສິກຳແບບປະສົມປະສານຫຼັກ 13, ສູນທົດລອງກະສິກຳແບບປະສົມປະສານບາຈຽງ ແລະ ສູນ​ນັກ​ສືກ​ສາ ແລະ ພັດທະນາກະສິກໍາ ເຂດພູພຽງບໍລະເວນ ເມືອງປາກຊ່ອງ).

ຄະນະບໍດີ
ທ່ານ ປອ. ທອງໃສ ສີຈັນ ເປັນຜູ້ຮັກສາການ

ຮອງຄະນະບໍດີ
2.1 ທ່ານ ປທ. ວິລະວັນ ສະພັງທອງ ຮອງຝ່າຍກິດຈະກຳ

2.2 ທ່ານ ປທ. ອິນແປງ ດວງວົງສາ ຮັກສາການຮອງຝ່າຍວິຊາການ

ພາກວິຊາລ້ຽງສັດ
ທ່ານ ປຕ. ນາງ ອໍລະໄທ ສິດທິເດດ ເປັນຮອງ (ຮັກສາການຫົວໜ້າ)
ພາກວິຊາປູກຝັງ
ທ່ານ ປທ. ນາງ ກອງມີ ສີມຸກດາ ເປັນຫົວໜ້າ
ທ່ານ ປທ. ນາຄະລິນ ພູນສະຫວັດ ເປັນຮອງ
ພະແນກວິຊາການ
ທ່ານ ປອ. ແກ້ວບົວສອນ ຣາຊະຂັນຕິ ເປັນຫົວໜ້າ
ທ່ານ ປທ. ພຸດສະຫວັດ ພັນທະວົງ ເປັນຮອງ
ພະແນກບໍລິຫານ ແລະ ສັງລວມ
ທ່ານ ປທ. ເກດແກ້ວ ນັນເທພາ ເປັນຫົວໜ້າ
ທ່ານ ປຕ. ນາງ ອໍລະລິນ ອະໄພລາດ ເປັນຮອງ
ພະແນກກິດຈະກຳ ແລະ ຄຸ້ມຄອງນັກສືກສາ
ທ່ານ ປຕ. ນາງ ຄໍາພິໃສ ຄໍາມິ່ງສະຫວັດ ເປັນຫົວໜ້າ
ທ່ານ ປຕ. ໄຊຍະສິດ ມາກວິໄລແສນ ເປັນຮອງ
ພະແນກຄົ້ນຄວ້າວິທະຍາສາດ ແລະ ຄຸ້ມຄອງພະນັກງານ
ທ່ານ ປທ. ນາງ ທິບພາພອນ ລິນທະສອນ ເປັນຫົວໜ້າ
ທ່ານ ປຕ. ນາງ ເລລາວະດີ ແກ້ວຜາສຸກ ເປັນຮອງ
ສູນທົດລອງກະສິກຳແບບປະສົມປະສານຫຼັກ 13
ທ່ານ ປທ. ສາຍສະໝອນ ດາລາຄຳ ເປັນຫົວໜ້າ
ທ່ານ ປຕ. ທະນູໄຊ ພົງອຸດົມ ເປັນຮອງ
ສູນທົດລອງກະສິກຳແບບປະສົມປະສານບາຈຽງ
ທ່ານ ປທ. ເກັ່ງ ອິນທະສັງວານ ເປັນຫົວໜ້າ
ທ່ານ ປຕ. ວັດທະນາ ໄຕໄຊຍະວົງ ເປັນຮອງ
ສູນສືກສາ ແລະ ພັດທະນາກະສິກຳ ເຂດພູພຽງບໍລິເວນເມືອງປາກຊ່ອງ
ທ່ານ ປຕ. ອິນທິລະເດດ ສິສິໂຊກຄູນ ເປັນຫົວໜ້າ
ທ່ານ ປຕ. ກຸມພັນ ວົງສະຜ່າຍ ເປັນຮອງ
ສະຖິຕິພະນັກງານຄູ-ອາຈານ
ປັດຈຸບັນຄະນະກະເສດສາດ ແລະ ປ່າໄມ້ ມີພະນັກງານ ແລະ ຄູ-ອາຈານທັງໝົດ 64 ຄົນ, ຍິງ 26 ຄົນ, ໃນນັ້ນ ໄປສືກສາຕໍ່ 12 ຄົນ, ຍິງ 03 ຄົນ (ປະລິນຍາເອກ 5 ຄົນ, ຍິງ 1 ຄົນ; ປະລິນຍາໂທ 07 ຄົນ, ຍິງ 02 ຄົນ) ປັດຈຸບັນມີໜ້າຕົວ ຈິງ 52 ຄົນ, ຍິງ 23 ຄົນ.

ລະດັບວິຊາສະເພາະຂອງພະນັກງານທີ່ມີໜ້າໃນປັດຈຸບັນ.
ປະລິນຍາຕີ​ 31 ຄົນ, ຍິງ 16 ຄົນ.
ປະລິນຍາໂທ 16 ຄົນ, ຍິງ 4 ຄົນ.
ປະລິນຍາເອກ 5 ຄົນ, ຍິງ 3 ຄົນ.

 

 

Comments powered by CComment