ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 

ມະຫາວິທະຍາໄລ ຈໍາປາສັກ ໄດ້ມີການຮ່ວມມືດ້ານວິຊາການ ກັບບັນດາມະຫາວິທະຍາໄລ ແລະ ອົງການຈັດຕັ້ງຕ່າງໆ ໂດຍມີຈຸດປະສົງແນໃສ່ການຝຶກອົບຮົມ, ຍົກລະດັບພະນັກງານ, ແລກປ່ຽນພະນັກງານ, ນັກສຶກສາ ແລະ ການຄົ້ນຄວ້າວິໄຈ. ມາຮອດປັດຈຸບັນ ໄດ້ເຊັນບົດບັນທຶກຊ່ວຍຈໍາ (MOU) ຮ່ວມກັບ 11 ມະຫາວິທະຍາໄລ ແລະ 1 ວິທະຍາໄລຂອງ ສ.ສ ຫວຽດນາມ, 4 ມະຫາວິທະຍາໄລ ແລະ 1 ວິທະຍາໄລ ຂອງ ສ.ປ ຈີນ, 8 ມະຫາວິທະຍາໄລ ຂອງຣາຊະອານາຈັກໄທ, ຂ ມະຫາວິທະຍາໄລ ຂອງປະເທດຍີ່ປຸ່ນ, 2 ມະຫາວິທະຍາໄລຂອງ ຣາຊະອານາຈັກກໍາປູເຈຍ.

ພ້ອມນີ້ ມະຫາວິທະຍາໄລ ຈໍາປາສັກ ຍັງໄດ້ມີຂໍ້ຕົກລົງຮ່ວມມືກັບມູນນິທິໄຊພັດທະນາ (ຣາຊະ ອານາຈັກໄທ), ໂຄງການຊິດາເມຄານ (SIDA MEKARN), ເຄືອຂ່າຍມະຫາວິທະຍາໄລ ເພື່ອ ການ ຝຶກອົບຮົມ ແລະ ຄົ້ນຄວ້າກ່ຽວກັບນິເວດດິນທາມ (Wetland) ໃນຂົງເຂດລຸ່ມແມ່ນ້ໍາຂອງ. ໃນ ອະນາຄົດ ມະຫາວິທະຍາໄລ ຈໍາປາສັກ ຈະໄດ້ສືບ ຕໍ່ການຮ່ວມມືກັບ ມະຫາວິທະຍາໄລ ແລະ ສະ ຖາບັນຕ່າງໆໃນພາກພື້ນ ແລະ ສາກົນໃຫ້ຫຼາຍຂຶ້ນ.

Comments powered by CComment