ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

277296414 754297532199826 7758937111192713774 n

ຄະນະສຶກສາສາດ ມະຫາວິທະຍາໄລ ຈຳປາສັກຈັດ ຊຸດຝຶກອົບຮົມວິຊາການຄົ້ນຄ້ວາວິທະຍາສາດການສຶກສາໃຫ້ແກ່ ພະນັກງານຄູ_ອາຈານ ໃນຄະນະຂອງຕົນ,ເຊີ່ງຈັດຂື້ນໃນຕອນເຊົ້າຂອງວັນທີ 24/3/2022
ນີ້ທີ່ຫ້ອງປະຊຸມຕຶກພາກພາສາຫວຽດນາມ ຄະນະສຶກສາສາດ ມະຫາວິທະຍາໄລ ຈຳປາສັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານບຸນຫລາຍ ຄຳແກ້ວ ຄະນະບໍດິຄະນະສຶກສາສາດ ມະຫາວິທະຍາໄລຈຳປາສັກ,
ເຂົ້າຮ່ວມມີບັນດາທ່ານໃນຄະນະພາກວິຊາ,ພະນັກງານ ຄູອາຈານ ທີ່ເປັນຄູຝຶກ 3 ທ່ານ ແລະ ນັກສຳມະນາກອນທີ່ເປັນຄູອາຈານ ໃນຄະນະສຶກສາສາດຂົ້າຮ່ວມ 48 ທ່ານຍິງ 21 ທ່ານ,ຈຸດປະສົງໃນການຈັດຝຶກ
ອົບຮົມຄັ້ງນີ້ແມ່ນແນໃສ່ເຮັດໃຫພະນັກງານຄູ_ອາຈານມີປະສົບການເພີ່ມໃນການຮຽນຮູ້ແລະສົ່ງເສີມວິຊາການຄົ້ນຄ້ວາວິທະຍາສາດການສຶກສາຂື້ນຕື່ມອີກໂດຍປະກອບມີເນື້ອໃນການຝຶກຄື:ປະເພດແລະວິທີ
ການດຳເນີນການຄົ້ນຄວ້າວິທະຍາສາດ ,ຮູບແບບ ແລະ ການນໍາໃຊ້ສະຖິຕິເຂົ້າໃນການຄົ້ນຄວ້າ,ຮູບແບບ ແລະ ວິທີຂຽນການຄົ້ນຄວ້າ,ເຊິ່ງການຝຶກອົບຮົມນີ້ບັນດານັກສຳມະນາກອນແມ່ນໄດ້ຈັດເປັນກຸ່ມເພື່ອ
ກຳນົດບັນຫາການຄົ້ນຄວ້າ,ພ້ອມວາງແຜນການຂຽນບົດຂອບຄວາມຄິດຂອງບັນຫາການຄົ້ນຄ້ວາວິທະຍາສາດທາງການສຶກສາການຝຶກອົບຮົມແມ່ນດຳເນີນເປັນເວລາ 1 ວັນສຳເລັດ.
ພາບ:ຈາກຄະນະສຶກສາສາດ
ຂ່າວ:ສາຍສະຫມອນ ພົມມະສຸລິດ ຂ່າວສານມຈ
 

 

Comments powered by CComment