ຄະນະ ສຶກສາສາດ - Champasack University

ຍິນດີຕ້ອນຮັບ ສູ່ເວັບໄຊມະຫາວິທະຍາໄລ ຈຳປາສັກ

ຄະນະສຶກສາສາດ ມະຫາວິທະຍາໄລຈຳປາສັກ

ເປັນຄະນະວິຊາທີ່ເຮັດໜ້າທີ່ເສນາທິການໃຫ້ແກ່ມະຫາວິທະຍາໄລ ໃນດ້ານການສຶກສາ, ການຜະລິດຄູ ແລະ ການພັດທະນາບຸກຄະລາກອນດ້ານການສຶກສາ. ຄະນະມຸ່ງເນັ້ນການຈັດການຮຽນ–ການສອນ, ການຄົ້ນຄວ້າວິຊາການ ແລະ ການພັດທະນາຄູ–ອາຈານໃຫ້ມີຄວາມຮູ້, ຄວາມສາມາດ, ຄຸນທຳ ແລະ ທັກສະວິຊາຊີບທີ່ເໝາະສົມກັບການສຶກສາໃນຍຸກໃໝ່.

ຄະນະສຶກສາສາດມີການຈັດການຮຽນ–ການສອນຫຼາຍສາຂາ ຄອບຄຸມທັງດ້ານພາສາ, ວັດທະນະທຳ, ສັງຄົມ ແລະ ວິທະຍາສາດ ພ້ອມທັງມີຫຼັກສູດໄລຍະສັ້ນ ແລະ ຫຼັກສູດລະດັບປະລິນຍາໂທ ເພື່ອຕອບສະໜອງຕໍ່ຄວາມຕ້ອງການດ້ານການສຶກສາ ແລະ ການພັດທະນາຄົນ.

ສາຂາວິຊາທີ່ເປີດສອນ

- ພາສາ ແລະ ວັດທະນະທຳລາວ
- ພາສາອັງກິດສຳລັບການສື່ສານ
- ພາສາຫວຽດນາມ
- ຄູພາສາລາວ–ວັນນະຄະດີ
- ຄູພາສາອັງກິດ

- ຄູຄະນິດສາດ
- ຄູຊີວະສາດ
- ຄູຟີຊິກສາດ

ຫຼັກສູດໄລຍະສັ້ນ

ຄະນະສຶກສາສາດຍັງຈັດຫຼັກສູດໄລຍະສັ້ນ ແລະ ຫຼັກສູດຝຶກອົບຮົມໃນດ້ານຕ່າງໆ ເພື່ອສົ່ງເສີມການຮຽນຮູ້ ແລະ ຍົກລະດັບທັກສະໃຫ້ແກ່ຄູ–ອາຈານ, ນັກສຶກສາ, ນັກຮຽນ ແລະ ປະຊາຊົນຜູ້ສົນໃຈ.

ຫຼັກສູດລະດັບປະລິນຍາໂທ

ຄະນະສຶກສາສາດມີການຈັດການສຶກສາລະດັບປະລິນຍາໂທ ເພື່ອພັດທະນາຄູ–ອາຈານ, ນັກວິຊາການ ແລະ ບຸກຄະລາກອນດ້ານການສຶກສາໃຫ້ມີຄວາມຮູ້ລະດັບສູງ, ສາມາດຄົ້ນຄວ້າ, ວິເຄາະ ແລະ ນຳຄວາມຮູ້ໄປພັດທະນາວຽກງານດ້ານການສຶກສາ.

ບົດບາດສຳຄັນ

- ເປັນເສນາທິການໃຫ້ແກ່ມະຫາວິທະຍາໄລໃນດ້ານວິຊາການສຶກສາ
- ຜະລິດ ແລະ ພັດທະນາຄູ–ອາຈານ
- ພັດທະນາຫຼັກສູດ ແລະ ການຈັດການຮຽນ–ການສອນ
- ສົ່ງເສີມການຄົ້ນຄວ້າວິຊາການດ້ານການສຶກສາ
- ຈັດຫຼັກສູດໄລຍະສັ້ນ ແລະ ການຝຶກອົບຮົມ
- ຈັດການສຶກສາລະດັບປະລິນຍາໂທ
- ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃນການສຶກສາ

ribbon top right