ຄະນະ ເສດຖະສາດ ແລະ ການຄຸ້ມຄອງ - Champasack University

ຍິນດີຕ້ອນຮັບ ສູ່ເວັບໄຊມະຫາວິທະຍາໄລ ຈຳປາສັກ

  • ຄະນະເສດຖະສາດ ແລະ ການຄຸ້ມຄອງ ມະຫາວິທະຍາໄລຈຳປາສັກ

ເປັນຄະນະວິຊາທີ່ເຮັດໜ້າທີ່ເສນາທິການໃຫ້ແກ່ມະຫາວິທະຍາໄລ ໃນດ້ານເສດຖະສາດ, ການບໍລິຫານ, ທຸລະກິດ ແລະ ການພັດທະນາ. ຄະນະມຸ່ງເນັ້ນການຜະລິດບຸກຄະລາກອນທີ່ມີຄວາມຮູ້ດ້ານເສດຖະສາດ, ທັກສະການຄຸ້ມຄອງ, ຄວາມສາມາດດ້ານທຸລະກິດ ແລະ ສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນອົງກອນ ແລະ ສັງຄົມ.

ສາຂາວິຊາທີ່ເປີດສອນ

- ເສດຖະສາດ
- ການຄຸ້ມຄອງ
- ການບໍລິການການທ່ອງທ່ຽວ
- ບໍລິການການໂຮງແຮມ
- ການຕະຫຼາດ
- ພັດທະນາຊຸມຊົນ
- ເສດຖະສາດທຸລະກິດ
- ທຸລະກິດການທ່ອງທ່ຽວ

ຫຼັກສູດປະລິນຍາໂທ

ຄະນະມີການຈັດການສຶກສາໃນລະດັບປະລິນຍາໂທ ເພື່ອພັດທະນາບຸກຄະລາກອນ, ນັກວິຊາການ ແລະ ຜູ້ບໍລິຫານໃຫ້ມີຄວາມຮູ້ເຊິ່ງເລິກດ້ານເສດຖະສາດ ແລະ ການຄຸ້ມຄອງ ພ້ອມທັງມີທັກສະດ້ານການຄົ້ນຄວ້າ ແລະ ການວິເຄາະ.

ການຮຽນ–ການສອນ

ຄະນະເນັ້ນການຮຽນ–ການສອນທີ່ຜະສົມຜະສານລະຫວ່າງພາກທິດສະດີ ແລະ ການນຳໃຊ້ຈິງ ໂດຍສົ່ງເສີມການຄິດວິເຄາະ, ການວາງແຜນ, ການຕັດສິນໃຈ, ການບໍລິຫານ ແລະ ການປະກອບການ.

ພ້ອມທັງເນັ້ນການນຳໃຊ້ເຕັກໂນໂລຊີດິຈິຕອລ ແລະ ເຄື່ອງມືສະໄໝໃໝ່ໃນການຮຽນ, ການຄົ້ນຄວ້າ ແລະ ການບໍລິຫານ.

ບົດບາດສຳຄັນ

- ເປັນເສນາທິການໃຫ້ແກ່ມະຫາວິທະຍາໄລດ້ານເສດຖະສາດ ແລະ ການຄຸ້ມຄອງ
- ຜະລິດບຸກຄະລາກອນດ້ານເສດຖະສາດ, ການບໍລິຫານ ແລະ ທຸລະກິດ
- ພັດທະນາຜູ້ຮຽນໃຫ້ມີທັກສະດ້ານການບໍລິຫານ ແລະ ການປະກອບການ
- ສົ່ງເສີມການຄົ້ນຄວ້າດ້ານເສດຖະສາດ ແລະ ທຸລະກິດ
- ສົ່ງເສີມການຮຽນຮູ້ໃນບໍລິບົດສາກົນ
- ສ້າງຄວາມຮ່ວມມືດ້ານວິຊາການກັບພາກສ່ວນຕ່າງໆ

ເປົ້າໝາຍ

ມຸ່ງຜະລິດບຸກຄະລາກອນດ້ານເສດຖະສາດ, ການຄຸ້ມຄອງ ແລະ ທຸລະກິດ ໃຫ້ມີຄວາມຮູ້, ທັກສະວິຊາຊີບ, ຄວາມຄິດວິເຄາະ ແລະ ຄວາມສາມາດປັບຕົວເຂົ້າກັບສະພາບເສດຖະກິດ ແລະ ທຸລະກິດໃນຍຸກດິຈິຕອລ ແລະ ສາກົນ.

ribbon top right