ຄະນະ ກະເສດສາດ ແລະ ປ່າໄມ້ - Champasack University

ຍິນດີຕ້ອນຮັບ ສູ່ເວັບໄຊມະຫາວິທະຍາໄລ ຈຳປາສັກ

  • ຄະນະກະເສດສາດ ແລະ ປ່າໄມ້

ເປັນຄະນະວິຊາທີ່ເຮັດໜ້າທີ່ເສນາທິການໃຫ້ແກ່ມະຫາວິທະຍາໄລ ໃນດ້ານກະເສດຕະກຳ, ປ່າໄມ້, ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການຜະລິດອາຫານ ແລະ ການພັດທະນາກະເສດຢ່າງຍືນຍົງ.

ສາຂາວິຊາທີ່ເປີດສອນ

1. ການຜະລິດພືດ
2. ລ້ຽງສັດ
3. ຊັບພະຍາກອນປ່າໄມ້–ສິ່ງແວດລ້ອມ
4. ສັດຕະວະແພດ
5. ເຕັກໂນໂລຊີອາຫານ

ຫຼັກສູດລະດັບປະລິນຍາໂທ

ຄະນະມີຫຼັກສູດລະດັບປະລິນຍາໂທ (ປ.ໂທ) ເພື່ອສົ່ງເສີມການສຶກສາຂັ້ນສູງ, ການຄົ້ນຄວ້າ ແລະ ການພັດທະນາອົງຄວາມຮູ້ດ້ານກະເສດຕະກຳ ແລະ ປ່າໄມ້ ໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຕ້ອງການພັດທະນາໃນປະຈຸບັນ.

ການຮຽນ–ການສອນ

ເນັ້ນການຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດ, ການຝຶກທັກສະວິຊາຊີບ, ການຄົ້ນຄວ້າ ແລະ ການນຳໃຊ້ເຕັກໂນໂລຊີໃນການຜະລິດກະເສດ, ການຈັດການປ່າໄມ້ ແລະ ການອະນຸລັກຊັບພະຍາກອນ.

ບົດບາດສຳຄັນ

- ຜະລິດບຸກຄະລາກອນດ້ານກະເສດຕະກຳ ແລະ ປ່າໄມ້
- ສົ່ງເສີມການຄົ້ນຄວ້າ ແລະ ນະວັດຕະກຳດ້ານການກະເສດ
- ສົ່ງເສີມການນຳໃຊ້ຊັບພະຍາກອນຢ່າງຍືນຍົງ
- ສະໜອງຄວາມຮູ້ ແລະ ວິຊາການໃຫ້ແກ່ຊຸມຊົນ
- ສະໜັບສະໜູນການພັດທະນາກະເສດ ແລະ ປ່າໄມ້ໃນທ້ອງຖິ່ນ

ເປົ້າໝາຍ

ມຸ່ງຜະລິດບັນດາບັນດິດ ແລະ ມະຫາບັນດິດທີ່ມີຄວາມຮູ້, ທັກສະ, ຄວາມສາມາດດ້ານວິຊາຊີບ ແລະ ມີຄວາມພ້ອມໃນການນຳຄວາມຮູ້ໄປປະຍຸກຕໃຊ້ໃນວຽກງານ, ການພັດທະນາຊຸມຊົນ ແລະ ການພັດທະນາກະເສດ–ປ່າໄມ້ຢ່າງຍືນຍົງ.

ribbon top right